lao student association in France
Members Login
Username
Password
Login
Remember Me
New Member
Lost Account Info?
laosAELF.vze.com
ສະມາຄົມນັກຮຽນ
ບົດສົນທະນາໜ້າທໍາອິດ
ລາຍຊື່ສະມາຊິກ
ຄົ້ນຫາ
Search
Advanced Search
ລາຍລະອຽດຂອງສະມາຊິກ
ປະຕິທິນ
lao student association in France
->
Lover
->
ພອນປີໃໝ່
Start A New Topic
Reply
Post Info
TOPIC: ພອນປີໃໝ່
chin
Senior Member
Status: Offline
Posts: 111
Date:
Dec 24, 2007
ພອນປີໃໝ່
Permalink
Reply
Quote
ການເວລາກໍຫມູນວຽນປ່ຽນໄປ... ໃນທີ່ສຸດ ປະຕິທິນໃບສຸດທ້າຍຂອງປີ 2007 ກໍຈະຖືກຈີກຖິ້ມແລ້ວ ນັ້ນກໍໝາຍ
ຄວາມວ່າ ປີຫນຶ່ງໄດ້ຜ່ານພົ້ນໄປ... ຈາກການຜ່ານໄປຂອງປີ ມັນຫມາຍເຖິງການຄືບຄານເຂົ້າມາອີກປີຫນຶ່ງຂອງອາຍຸໄຂ
ສຳລັບແຕ່ລະທ່ານນໍ? ຜູ້ນ້ອຍແມ່ນຈະໃຫຍ່ຂຶ້ນສູ່ບັນລຸກະສຽນ ຜູ້ຫນຸ່ມແມ່ນເຂົ້າສູ່ໄວກາງ ສຳລັບໄວກາງແມ່ນເຂົ້າສູ່ໄວແກ່
... ກຽມບຳນານ ແລະ ກ້າວສູ່ໄວຊະລາຕາມກົດເກນທຳມະຊາດ ໂດຍບໍ່ມີໃຜສາມາດສະກັດກັ້ນມັນໄດ້ດັ່ງຄຳກ່າວຂອງນັກ
ປາດອາຈານທັງຫລາຍທີ່ກ່າວໄວ້ວ່າ... "ຄົນທີ່ເກີດມາກໍມີແຕ່ຕົນໂຕ... ເວລາຈາກໄປກໍເຊັ່ນດຽວກັນ..."
ແລ້ວເປັນຫຍັງເວລາມີຊີວິດຢູ່ ຄົນເຮົາຈຶ່ງດີ້ນຮົນ ... ຄົ້ນຫາວັດຖຸເງິນຄຳ... ອຳນາດ ອັນນັ້ນລະເພິ່ນເອີ້ນວ່າ
ກິເລດນໍ?.
ກ່ອນຈະກ້າວສູ່ປີໃຫມ່ ພວກເຮົາແຕ່ລະຄົນກໍຄວນແນມຄືນຫລັງເບິ່ງວ່າ: ໃນປີຫນຶ່ງຜ່ານມາ ເຮົາເຮັດຫຍັງໄດ້
ແດ່? ເລີ່ມຈາກຫນ້າທີ່ການງານສາກ່ອນ ເປັນພະນັກງານກໍສຳຫລວດເບິ່ງວ່າວຽກຫລ້ອນຫລືບໍ່? ມີຈຸດດີ ຈຸດອ່ອນແນວໃດ
ທີ່ຈະຕ້ອງໄດ້ແກ້ໄຂ... ເປັນພໍ່ຄ້າຊາວຂາຍ ຫລື ນັກທຸລະກິດກໍຕ້ອງສຳຫລວດວ່າ ປີນີ້ມີກຳໄລທໍ່ໃດ? ຫລຸບທຶນທໍ່ໃດ? ໄດ້ປະ
ກອບສ່ວນຊ່ວຍເຫລືອສັງຄົມຫຍັງແດ່? ປີນີ້ຈະດຳເນີນທຸລະກິດຫຍັງຕື່ມ ຫລື ຈະປັບປຸງຮູບການແນວໃດແດ່?.
ຜູ້ປະກອບອາຊີບການງານຕ່າງໆ ລວມໄປເຖິງພີ່ນ້ອງຊາວກະສິກອນ ຊາວໄຮ່ຊາວນາ ກໍຕ້ອງມີການສຳຫລວດ
ກວດກາຄືນການຜະລິດຂອງຕົນໃນປີຜ່ານມາເຊັ່ນກັນ ເວົ້າຈໍ້ເຂົ້າມາ ກໍແມ່ນກວດກາຄືນວ່າ ໃນປີຫນຶ່ງຜ່ານມາຕົນເອງໄດ້
ດຳລົງຊີວິດແບບໃດ? ຈະສົ່ງເສີມຈຸດໃດ? ແລະ ຫລຸດຜ່ອນຈຸດໃດ? ຍິ່ງອາຍຸເພີ່ມຂຶ້ນຍິ່ງຕ້ອງໄດ້ກວດກາ ແລະ ກຳນົດຊີວິດ
ຄືນໃຫມ່ຢ່າງລະອຽດ... ເວົ້າຍາມເລື່ອງປີໃຫມ່ ບາດນີ້ຫັນມາສູ່ຄໍລຳພວກເຮົານໍ? ກໍຖືວ່າປີຫນຶ່ງຜ່ານໄປທີ່ "ແນວລາວ" ຍັງ
ຢືນຢັນຮັບໃຊ້ເພື່ອນຜູ້ອ່ານດ້ວຍການຂຽນບົດສ່ອງແສງໃນຫລາຍໆຫົວຂໍ້ແຕກຕ່າງກັນ ອາທິດຢ່າງຕ່ຳກໍ 3-4 ບົດນໍ? ເປັນ
ອັນແນ່ນອນວ່າ ມີບາງບົດຂາດຂໍ້ມູນ ຫລື ຂໍ້ມູນບໍ່ຊັດເຈນ... ແຮງເກີນໄປ... ກໍຂໍໃຫ້ຖືວ່າສິ່ງທີ່ບໍ່ດີບໍ່ຈົບບໍ່ງາມທັງຫລາຍໃຫ້
ມັນໄຫລໄປກັບປີເກົ່າສາ! ປີໃຫມ່ຂໍຈົ່ງໃຫ້ອະໄພ ແລະ ອະໂຫສີແກ່ "ແນວລາວ" ໃນສິ່ງທີ່ລ່ວງເກີນ ໃນສິ່ງທີ່ຂຽນທີ່ເວົ້າອອກ
ໄປ... ໄປຕ້ອງໄປຊູນທ່ານໃດທ່ານຫນຶ່ງ ຫລື ສຳນັກງານອົງການໃດຫນຶ່ງ.
ຄືພວກເຮົາໄດ້ເວົ້ານຳກັນຫລາຍເທື່ອແລ້ວວ່າ ເວທີນີ້ເປັນເວທີແຫ່ງການສ້າງສັນ... ເປັນເວທີແຫ່ງສາຍຜູກພັນ
ລະຫວ່າງພັກ ກັບມະຫາຊົນ... ປະຕິບັດຕາມມະຕິ 36 ຂອງກົມການເມືອງສູນກາງພັກວາງອອກທຸກປະການ.
"ແນວລາວ" ຈະສູ້ຊົນຜ່ານຜ່າທຸກອຸປະສັກ ຂວາກຫ່າວຫລາວແຫລມ ເພື່ອເຮັດຫລ້ອນຫນ້າທີ່ອັນມີກຽດສະຫງ່າ
ທີ່ພັກມອບຫມາຍໃຫ້ນັ້ນຄື: ນັກຂ່າວແມ່ນນັກຮົບປະຕິວັດ ນັກຮົບປະຈັນບານໃນວຽກງານແນວຄິດການເມືອງ.
ຂໍອວຍພອນໄຊໃຫ້ຜູ້ນຳພັກ-ລັດ ຈົ່ງມີອາຍຸຫມັ້ນຂວັນຍືນ ສືບຕໍ່ນຳພາການສ້າງສາພັດທະນາປະເທດຊາດສູ່
ຄວາມຮຸ່ງເຮືອງສີວິໄລ.
ອວຍພອນເພື່ອນຜູ້ອ່ານທຸກທ່ານຈົ່ງມີແຕ່ຄວາມສຸກຄວາມຈະເລີນຕະຫລອດໄປ.
__________________
ຢ່າລືມໃຫ້ຄວາມເຫັນນໍາແດ່ເດີ່ ອ່ານແລ້ວລະນ່າ..
Do not forget to give us a comment!
letxaya
Member
Status: Offline
Posts: 18
Date:
Jan 2, 2008
Permalink
Reply
Quote
ປີໃໝ່ນີ້ີ້ໍໍຂໍໃຫ້ທຸກຄົນມີຄວາມສຸກ. bon succes pour les études, pour l'amour, pour le travail...pour toutes les choses dans la vie.....................................
BONNE ANNNNNEEEEEEEEEEEEEEEEEEEE 2008!!!!!!
__________________
chin
Senior Member
Status: Offline
Posts: 111
Date:
Jan 2, 2008
Permalink
Reply
Quote
ຂອບໃຈ ນໍາສະມາຊິກ ເລັດສະຍາຫຼາຍໆເດີ່, ທີ່ເຂົ້າມາອວຍພອນແລະໃຫ້ກໍາລັງໃຈ, ຂໍວິວອນມາຍັງ ເທບທີ່ອາລັກຂາ, ຈົ່ງດົນບັນດານໃຫ້ນັກຮຽນແລະທຸກໆຄົນຈົ່ງມີຄວາມສຸກເຊັ່ນກັນ
__________________
ຢ່າລືມໃຫ້ຄວາມເຫັນນໍາແດ່ເດີ່ ອ່ານແລ້ວລະນ່າ..
Do not forget to give us a comment!
Page 1 of 1
sorted by
Oldest First
Newest First
Quick Reply
Please log in to post quick replies.
lao student association in France
->
Lover
->
ພອນປີໃໝ່
Subscribe
Jump To:
--- AELF news ---
Nouvel des étudiants
Society News
--- Cooking ---
FOOD
Drinking
--- Poeme and Joke ---
Jok
Lover
Natural
--- Album des photos ---
Photo d'etudiant
--- IT technologie ---
Prog.to download
--- Curriculum vetea des étudiants ---
CV de la géneration 4
CV de la génération 1
CV de la génération 5
CV de la génération 2
CV de la génération 3
--- Pub ---
le pub
Create your own FREE Forum
Report Abuse