lao student association in France

Members Login
Username 
 
Password 
    Remember Me  
Post Info TOPIC: ກອງປະຊຸມ francophonie 2007


Senior Member

Status: Offline
Posts: 111
Date:
ກອງປະຊຸມ francophonie 2007
Permalink   




ກອງປະຊຸມລະດັບລັດຖະມົນຕີ ຝຣັງໂກໂຟນີ ຄັ້ງທີ 23 ທີ່ ສປປ ລາວ ເຮົາເປັນເຈົ້າພາບຈັດຂຶ້ນ
ຢູ່ນະຄອນຫລວງວຽງຈັນ ລະຫວ່າງວັນທີ 20-21 ພະຈິກ 2007 ນີ້ ຜ່ານການດຳເນີນກອງປະຊຸມ
ກໍໄດ້ສຳເລັດລົງຢ່າງຈົບງາມ ເຊິ່ງພາຍຫລັງສຳເລັດກອງປະຊຸມຄະນະປະທານກອງປະຊຸມ ກໍໄດ້ຮ່ວມ
ກັນຖະແຫລງຂ່າວຜົນສຳເລັດຕໍ່ສື່ມວນຊົນລາວ ແລະຕ່າງປະເທດວ່າ: ກອງປະຊຸມໄດ້ປຶກສາຫາລືກັນ
ຫລາຍໆ ບັນຫາທີ່ສຳຄັນ ແລະ ກອງປະຊຸມຄັ້ງຕໍ່ໄປ ແມ່ນຈະມີຢູ່ລັດເກເບັກ ການາດາ.
ທ່ານ ສຸບັນ ສະຣິດທິຣາດ ປະທານກອງປະຊຸມໄດ້ໃຫ້ຮູ້ວ່າ: ລັດຖະບານລາວ ໃນນາມເປັນ
ເຈົ້າພາບກອງປະຊຸມ ແມ່ນຢາກຢັ້ງຢືນໃຫ້ໂລກ ເປັນຕົ້ນກໍແມ່ນບັນດາປະເທດສະມາຊິກຝຣັງໂກໂຟນີ
ເຂົ້າໃຈວ່າ ລັດຖະບານລາວແມ່ນພ້ອມແລ້ວຈະສືບຕໍ່ທຸກຄວາມສາມາດຂອງຕົນ ເພື່ອປະກອບສ່ວນ
ເຮັດຫນ້າທີ່ຂອງລາວຢ່າງສົມກຽດ ເຊິ່ງແມ່ນວ່າ ກອງປະຊຸມຄັ້ງນີ້ ຈະຮຽກຮ້ອງໃຫ້ພວກເຮົາມີການກະ ກຽມ ແລະ ອອກແຮງກະກຽມຮອບດ້ານ ຜ່ານການຈັດກອງປະຊຸມ ເຫັນວ່າດຳເນີນໄປດ້ວຍຜົນສຳເລັດ.
ກ່ຽວກັບເນື້ອໃນຂອງກອງປະຊຸມທີ່ບັນດາທ່ານລັດຖະມົນຕີ ໄດ້ພ້ອມກັນປຶກສາຫາລືກັນ ຄື:
ການກະກຽມໃສ່ກອງປະຊຸມສຸດຍອດຂອງບັນດາປະມຸກລັດ ຫົວຫນ້າລັດຖະບານຂອງຝຣັງໂກໂຟນີ
ຈະພົບປະກັນຂຶ້ນໃນທຸກໆ 2 ປີ ດັ່ງນັ້ນ ກອງປະຊຸມຝຣັງໂກໂຟນີ ເປັນກອງປະຊຸມລະ ຫວ່າງກາງ
ເພື່ອສະຫລຸບວ່າ ການດຳເນີນຜັນຂະຫຍາຍຂໍ້ຕົກລົງຂອງບັນດາປະມຸກລັດຢູ່ກອງປະຊຸມສຸດຍອດ ຄັ້ງທີ່ແລ້ວ ທີ່ຜ່ານມານີ້ ວ່າການດຳເນີນແຜນງານໄປຮອດໃສແລ້ວ ແລະ ກະກຽມຖອດຖອນບົດຮຽນ ໃຫ້ກອງປະຊຸມສຸດຍອດຄັ້ງຕໍ່ໄປ.

ນອກຈາກນີ້ ກອງປະຊຸມຍັງໄດ້ປຶກສາຫາລືຫລາຍໆບັນຫາທີ່ສຳຄັນ ເປັນຕົ້ນ ບັນຫາ
ການກວດກາໂຄງການແຜນງານທີ່ສຳຄັນ ຄື: ການຊຸກຍູ້ສົ່ງເສີມໃຫ້ການຮຽນ-ການສອນພາສາຝຣັ່ງ ຢູ່ໃນຂົງເຂດຕ່າງໆໃນໂລກ ໂດຍສະເພາະ ຢູ່ໃນລາວເຮົາ ທ່ານ ສຸບັນ ສະຣິດທິຣາດ ຍັງສະຫລຸບວ່າ
ຄຽງຄູ່ກັບການດຳເນີນໂຄງການກ່ຽວກັບຫ້ອງຮຽນສອງພາສາ ຖືວ່າມາຮອດປັດຈຸບັນນີ້ຢູ່ ສປປ ລາວ
ແມ່ນມີແລ້ວຢູ່ 3 ແຂວງ ແລະ ກໍຈະມີແຜນສືບຕໍ່ຂະຫຍາຍໄປແຂວງອື່ນໆທີ່ຍັງບໍ່ທັນມີ ນີ້ກໍແມ່ນ
ຄວາມນິຍົມຊົມຊອບຂອງການຮຽນພາສາດັ່ງກ່າວຢູ່ລາວ ຄຽງຄູ່ກັນນີ້ແລ້ວຍັງມີໂຄງການຊຸກຍູ້ສົ່ງເສີມ
ພາສາຝຣັ່ງຢູ່ໃນບັນດາໂຮງຮຽນຂັ້ນມະຫາວິທະຍາໄລຕ່າງໆ ເຊິ່ງໂຄງການດັ່ງກ່າວມີຢູ່ 3 ປະເທດ
ຢູ່ອະນຸພາກພື້ນລາວ ຫວຽດນາມ ແລະ ກຳປູເຈຍ ໂຄງການນີ້ແມ່ນມີຄຸນປະໂຫຍດ ຫລາຍທີ່ສຸດ
ເພື່ອຊຸກຍູ້ສົ່ງເສີມໃຫ້ມີການໃຊ້ພາສາຝຣັ່ງເຂົ້າໃນການສິດສອນວິຊາການຕ່າງໆ ຢູ່ມະຫາວິທະຍາໄລ
ແລະ ກໍໄດ້ຮັບການສະຫນັບສະຫນູນເປັນຢ່າງດີ.


ພ້ອມນີ້ ທ່ານ ສຸບັນ ສະຣິດທິຣາດ ຍັງໃຫ້ຮູ້ຕື່ມອີກວ່າ: ຢູ່ໃນກອງປະຊຸມຍັງໄດ້ຮຽກຮ້ອງໃຫ້
ບັນດາປະເທດເຂົ້າມາຊ່ວຍເຫລືອຊຸກຍູ້ສົ່ງເສີມໃຫ້ປະເທດທັງ 3 ຂອງພວກເຮົາ ສາມາດມີການສະ
ຫນັບສະຫນູນ ກໍຄືເງື່ອນໄຂສະດວກກ່ວາເກົ່າໃນການປະຕິບັດໂຄງການດັ່ງກ່າວນີ້ ກ່ຽວກັບການຮ່ວມ
ມືໃນກອບຂອງຝຣັງໂກໂຟນີ ທາງດ້ານການສຶກສາ ວັດທະນະທຳ ມາຮອດປັດຈຸບັນນີ້ ທຸກໆຂະແຫນງ
ການຕ່າງໆ ແມ່ນມີການຮ່ວມມືກັນເປັນຢ່າງດີ ແລະ ອົງການຝຣັງໂກໂຟນີສາກົນ ກໍໄດ້ມີແຜນການດຳ
ເນີນງານ ສົ່ງຄະນະຜູ້ແທນຊ່ຽວຊານໄປເຮັດວຽກຮ່ວມກັນ ເພື່ອຊຸກຍູ້ສົ່ງເສີມບັນດາປະເທດຢູ່ໃນ
ຂົງເຂດຕ່າງໆໃນໂລກ ແລະ ຢູ່ໃນອະນຸພາກພື້ນຂອງພວກເຮົາ ກໍໄດ້ຮັບການສະຫນັບສະຫນູນເຊັ່ນກັນ.
ນອກຈາກນີ້ ກອງປະຊຸມຍັງຝາກຄວາມຂອບອົກຂອບໃຈມາຍັງທຸກໆພາກສ່ວນຂອງລາວ ທີ່
ໄດ້ໃຫ້ການຮ່ວມມືຊ່ວຍເຫລືອເຊິ່ງກັນ ແລະ ກັນ ພາຍໃນກອບຂອງຄະນະກຳມາທິການແຫ່ງຊາດ
ໂດຍມີທ່ານ ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີວ່າການກະຊວງການຕ່າງປະເທດ
ແລະ ທ່ານ ສຸບັນ ສະຣິດທິຣາດ ທີ່ເຮັດໃຫ້ກອງປະຊຸມດຳເນີນໄປດ້ວຍດີ ແລະ ປະສົບຜົນສຳເລັດ.
ຄັດມາຈາກ ໜັງສືພີມວຽງຈັນໃໝ່
ທ່ານສາມາດຕິດຕາມຂ່າວຈາກໜັງສືພິມໄດ້ຈາກ www.vientianemai.net

-- Edited by chinaelf at 11:07, 2008-03-30

__________________

ຢ່າລືມໃຫ້ຄວາມເຫັນນໍາແດ່ເດີ່ ອ່ານແລ້ວລະນ່າ..

Do not forget to give us a comment!

Page 1 of 1  sorted by
 
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard