lao student association in France
Members Login
Username
Password
Login
Remember Me
New Member
Lost Account Info?
laosAELF.vze.com
ສະມາຄົມນັກຮຽນ
ບົດສົນທະນາໜ້າທໍາອິດ
ລາຍຊື່ສະມາຊິກ
ຄົ້ນຫາ
Search
Advanced Search
ລາຍລະອຽດຂອງສະມາຊິກ
ປະຕິທິນ
lao student association in France
->
Society News
->
ໂຄງການພັດທະນານະຄອນຫລວງວຽງຈັນ 450 ປີ
Start A New Topic
Reply
Post Info
TOPIC: ໂຄງການພັດທະນານະຄອນຫລວງວຽງຈັນ 450 ປີ
njoy
Member
Status: Offline
Posts: 5
Date:
Jan 29, 2008
ໂຄງການພັດທະນານະຄອນຫລວງວຽງຈັນ 450 ປີ
Permalink
Reply
Quote
ໂຄງການພັດທະນານະຄອນຫລວງວຽງຈັນ 450 ປີ (ເຂດບຶງທາດຫລວງ
ໂຄງການພັດທະນາຕົວເມືອງວຽງຈັນ 450 ປີ (ເຂດບຶງທາດຫລວງ)
ໂດຍ: ຢົງ ຈັນທະລັງສີ
ໂດຍຜັນຂະຫຍາຍເນື້ອໃນມະຕິ 8 ຂອງພັກ ແລະ 11 ແຜນງານໃຫຍ່ ແລະ 111 ໂຄງການໃຫຍ່ຂອງລັດຖະບານ ກໍ່ຄື ມະຕິກອງປະຊຸມໃຫຍ່ ອົງຄະນະພັກ ນະຄອນຫລວງ ວຽງຈັນ ຄັ້ງທີ iv ຊງກຳນົດ 13 ແຜນງານ ແລະ 160 ໂຄງການ ໃຫ້ປະກົດຜົນເປັນຈິງ, ທັງເປັນການ ຕອບ ສະຫນອງຕາມ ຄວາມ ຮຽກຮ້ອງ ຕ້ອງການ ຂອງ ປະຊາຊົນລາວທັງຊາດ ທີ່ມີຄວາມ ປາດຖະຫນາຢາກເຫັນ ປະເທດ ຊາດ ມີຄວາມພັດທະນາ ແລະ ທັນສະໄຫມທຽບທັນກັບມິດປະເທດ ອັນຈະເຮັດໃຫ້ ຊີວິດ ການ ເປັນຢູ່ຂອງ ປະຊາຊົນມີຄວາມສີວິໄລ, ຈະເລີນ ຮຸ່ງເຮືອງ, ອີ່ມຫນຳ ສຳລານ ປັດສະຈາກ ຄວາມທຸກ ຍາກ ກ້າວເຖິງບ່ອນນຳ ເອົາປວງຊົນທັງຊາດ ຫລຸດພົ້ນອອກຈາກ ຄວາມ ດ້ອຍ ພັດທະນາ ພາຍໃນປີ 2020 ຕາມເປົ້າຫມາຍທີ່ລັດຖະບານໄດ້ວາງໄວ້.
ອິງຕາມຈຸດປະສົງເປົ້າຫມາຍ ຂອງ ລັດຖະບານ ແລະ ຄະນະພັກ ອົງການປົກຄອງ ນະຄອນ ຫລວງວຽງຈັນ ໃນການພັດທະນາ ນະຄອນຫລວງວຽງຈັນ ໃຫ້ ເປັນເມືອງທີ່ ທັນສະໃຫມ, ສວຍງາມ ສີວິໄລ ແລະ ຫນ້າຢູ່, ໂຄງການພັດທະນາຕົວເມືອງວຽງຈັນ 450 ປີ ຢູ່ເຂດ ບຶງທາດຫລວງ ແບບກວມລວມ ຈຶ່ງເປັນ ໜຶ່ງໃນ ໂຄງການ ບູລິມະສິດ ທີ່ ລັດຖະບານ ໄດ້ຮັບຮອງເອົາເປັນ ເຂດພັດທະນາພິເສດ ທີ່ມີຄວາມສີວິໄລ ຕາມນະໂຍບາຍ ຂອງ ລັດຖະບານ ວາງອອກໃນການຫັນ ຊັບສີນເປັນທືນ. ໂຄງການນຈະໄດ້ນຳໃຊ້ງົບປະມານ ຢ່າງ ມະຫາສານ, ຮຽກຮ້ອງໃຫ້ມີ ການອອກ ແບບທາງສະຖາປະນິກ, ການຈັດສັນຜັງເມືອງ ແລະ ເຕັກນິກໃນການກໍ່ສ້າງ ຖະໜົນຫົນທາງ ຄອງບືງ ຮ່ອງລະບາຍນໍ້າ ແລະ ຕຶກອາຄານ ຢ່າງຂົບຊຸດ ພ້ອມກັບຮຽກຮ້ອງໃຫ້ມີ ຄວາມພ້ອມ ດ້ານ ບຸກຄະລາກອນ ທີ່ມີວິໄສທັດອັນກ້ວາງໄກ, ມີຄວາມຮູ້ ຄວາມສາມາດ ແລະ ມີປະສົບການ ທີ່ສາມາດ ອອກແບບ ແລະ ວາງແຜນພັດທະນາຄົບວົງຈອນໄດ້. ດັ່ງນັ້ນ ການຮ່ວມມື ຊ່ວຍເຫລືອຈາກສາກົນ ຈຶ່ງມີຄວາມຈຳເປັນ ຢ່າງຍິ່ງ ທີ່ແທດເຫມາະກັບເປົ້າຫມາຍຂອງ ລັດຖະບານ ແລະ ເປັນທາງອອກ ທາງດຽວທີ່ບັນດາ ປະເທດດ້ອຍພັດທະນາເຊັ່ນ ສປປ ລາວ ຈຳຕ້ອງມີການ ລະດົມທືນ ແລະ ຄວາມຮູ້ ຄວາມ ສາມາດເຕັກນິກ ຈາກຕ່າງປະເທດ ມາຊ່ວຍ ທັງລົງທືນ, ທັງວາງແຜນ, ພັດທະນາ ແລະ ບໍລິຫານ ໂຄງການ. ສ່ວນຜູ້ຈະມາຊົມໄຊ້, ເຊົ່າ, ຊື້ ແລະ ດຳເນີນທຸລະກິດ ໃນເຂດດັ່ງກ່າວ ແມ່ນ ເປີດກ້ວາງໃຫ້ ທຸກໆຄົນ ໂດຍບໍ່ມີການຈຳກັດວ່າ ຈະມາຈາກ ປະເທດໃດ ຂໍແຕ່ແມ່ນມາ ແບບຖືກຕ້ອງຕາມ ກົດໝາຍ ສປປ ລາວ. ດັ່ງນັ້ນ, ລັດຖະບານລາວຈຶ່ງໄດ້ຕົກລົງຮຽກຮ້ອງມາຍັງ ລັດຖະບານ ສປ ຈີນ ຊ່ວຍລະດົມ ທະນາຄານ ແລະ ບໍລິສັດ ຈີນ ທີ່ມີຄວາມສາມາດມາລົງທຶນ ສຳປະທານ ໂຄງການ ພັດທະນາ ຕົວເມືອງວຽງຈັນ 450 ປີ ໃນ ເຂດບຶງທາດຫລວງແຫ່ງນີ້ ໃນເນື້ອທີ່ ທັງໝົດ ປະມານ 1000 ກວ່າ ເຮັກຕາ ໂດຍໄດ້ ມອບໝາຍໃຫ້ ນະຄອນຫລວງ ວຽງຈັນ ຮ່ວມກັບ ບໍລິສັດ ສຳປະທານດຳເນີນການ ສຳຫລວດ ແລະ ສຶກສາບົດວິພາກເສດຖະກິດ-ສັງຄົມ ໃນເຂດດງກ່າວຢ່າງຄັກແນ່ ແລະ ໃນ ສະເພາະ ໜ້າ ແມ່ນໃຫ້ເຮັດບົດວິພາກ ເສດຖະກິດ-ສັງຄົມ ໃນພື້ນທີ່ 200 ເຮັກຕາກ່ອນ ໃຫ້ສຳເລັດໂດຍໄວ. ກ່ຽວກັບເຂດແດນ ໂຄງການແມ່ນໃຫ້ຫ່າງ ຈາກເສນທາງ T4 150 ແມັດ ໂດຍໃຫ້ສ້າງ ທາງ ໃໝ່ ຂະໜານກັບທາງ T4. ໃນຂື້ນຕໍ່ໄປ ທັງສອງຝ່າຍ ຈະໄດ້ຮ່າງສັນຍາການຄ້າ ຮ່ວມກັນ ລະຫວ່າງ ລັດຖະບານ ສປປ ລາວ ແລະ ລັດຖະບານ ສປ ຈີນ ຢ່າງລະອຽດຄົບຖ້ວນ ເຊັ່ນ: ເຮັດບົດ ວິພາກ ເສດຖະກິດ-ສັງຄົມກ່ຽວກັບໂຄງການດັ່ງກ່າວ, ການນຳເຂົ້າ-ສົ່ງອອກສິນຄ້າ, ການນຳ ເຂົ້າ-ສົ່ງອອກ ແຮງງານ ແລະ ອື່ນໆ. ເຫດຜົນການກຳຫນົດເອົາ ເຂດບຶງທາດຫລວງເປັນ ເຂດເສດຖະກິດ ພິເສດແມ່ນ :
1.ເຂດດັ່ງກ່າວນີ້ ຕັ້ງຢູ່ໃກ້ກັບເຂດຕົວເມືອງເກົ່າ, ຮັບປະກັນຄວາມສະດວກສະບາຍ ຕໍ່ການ ບຸກເບີກ ພັດທະະນາ, ຄາດວ່າ ຈະສາມາດບັນລຸເປົ້າຫມາຍທາງເສດຖະກິດ ແລະ ການລົງທຶນໄດ້ໄວ.
2.ເປັນທີ່ຕັ້ງທີ່ບໍ່ຫ່າງໄກຈາກຂົວມິດຕະພາບ ລາວ-ໄທ, ເຊິ່ງເປັນເງື່ອນໄຂອຳນວຍຄວາມສະ ດວກໃຫ້ການຄົນມະນາຄົມ, ຕິດຕໍ່ພົວພັນເສດຖະກິດການຄ້າກັບຕ່າງປະເທດ ໂດຍສະເພາະ ປະເທດ ໄທ.
3.ພື້ນຖານໂຄງລ່າງ, ສິ່ງອຳນວຍຄວາມສະດວກ ໂດຍສະເພາະ ອາຄານ ຫລື ສິ່ງປຸກສ້າງໃໝ່ ທີ່ສ້າງຂື້ນໃນເຂດນີ້ ນອກຈາກຈະໃຫ້ຄວາມສະດວກ ແກ່ປະຊາຊົນທ້ອງຖິ່ນແລ້ວ ຍັງສາມາດ ໃຊ້ເປັນຈຸດບໍລິການໃຫ້ແກ່ ນັກກິລາ ແລະ ແຂກຄົນ ທີ່ມາຮ່ວມງານມະຫາກຳກິລາຊີເກມ ປີ 2009, ຄັ້ງທີ25 ເຊິ່ງລາວເຮົາຈະເປັນເຈົ້າພາບ.
4.ໂຄງການນຈະສ້າງພື້ນຖານອັນຫນັກແຫນ້ນ ຂອງລະບົບ ອົງປະກອບ ພື້ນຖານໂຄງລ່າງ, ຂອງຕົວເມືອງໃຫມ່, ສາມາດປັບປຸງພື້ນຖານໂຄງລ່າງຂອງຕົວເມືອງເກົ່າ ແລະ ຕົວເມືອງໃຫມ່ ໃຫ້ມີຄວາມກົມກຽວເຊື່ອມຕົວເຂົ້າກັນ.
5.ການພັດທະນາໂຄງການ ໃນຂົງເຂດດັ່ງກ່າວ ຄາດວ່າຈະ ບໍ່ມີຄວາມຫຍຸ້ງຍາກຫລາຍ ໃນ ການຍົກຍ້າຍ ປະຊາຊົນ.
6.ການກຳນົດສ້າງແຜນແມ່ບົດ ແລະ ອອກແບບຕົວເມືອງໃຫມ່ ນັກສະຖາປະນິກ ຈະພະຍາ ຍາມເຮັດໃຫ້ ມີລັກສະນະໂດດເດ່ນ, ເຕັມໄປດ້ວຍທັດສະນີຍະພາບທຳມະຊາດ ທີ່ສວຍງາມ, ມີການ ປະສົມປະສານກັບ ລັກສະນະຊາດ ແລະ ຍຸກສະໄຫມ ທີ່ເປັນເອກະລັກ ສະເພາະ, ສາມາດດຶງດູດຜູ້ຄົນ ເຂົ້າມາຢ້ຽມຊົມ ນະຄອນຫລວງວຽງຈັນ ໃຫ້ນັບມື້ນັບຫລາຍຂື້ນ ໃຫ້ສົມກັບວ່າ ເປັນ ນະຄອນຫລວງ ຂອງ ສປປ ລາວ.
__________________
single
chin
Senior Member
Status: Offline
Posts: 111
Date:
Jan 29, 2008
Permalink
Reply
Quote
ໂຄງການພັດທະນານະຄອນຫລວງວຽງຈັນ 450 ປີ (ເຂດບຶງທາດຫລວງ)
ອ່ານເບິ່ງທໍາອິດຄຶດວ່າແມ່ນສິພັດທະນາຮອດ 450 ປີ ສັ້ນດອກ, ໜ້າຈະຂຽນວ່າ
"ຄງການພັດທະນານະຄອນຫລວງວຽງຈັນ ຄົຍຮອບ 450 ປີ (ເຂດບຶງທາດຫລວງ) ", ຄົນຄືສິເຂົ້າໃຈຫຼາຍຂື້ນ
__________________
ຢ່າລືມໃຫ້ຄວາມເຫັນນໍາແດ່ເດີ່ ອ່ານແລ້ວລະນ່າ..
Do not forget to give us a comment!
Page 1 of 1
sorted by
Oldest First
Newest First
AELF news
Quick Reply
Please log in to post quick replies.
lao student association in France
->
Society News
->
ໂຄງການພັດທະນານະຄອນຫລວງວຽງຈັນ 450 ປີ
Subscribe
Jump To:
--- AELF news ---
Nouvel des étudiants
Society News
--- Cooking ---
FOOD
Drinking
--- Poeme and Joke ---
Jok
Lover
Natural
--- Album des photos ---
Photo d'etudiant
--- IT technologie ---
Prog.to download
--- Curriculum vetea des étudiants ---
CV de la géneration 4
CV de la génération 1
CV de la génération 5
CV de la génération 2
CV de la génération 3
--- Pub ---
le pub
Create your own FREE Forum
Report Abuse