lao student association in France

Members Login
Username 
 
Password 
    Remember Me  
Post Info TOPIC: ລັດຖະບານ ຊີ້ແຈງການພັດທະນາບຶງທາດຫລວງ


Senior Member

Status: Offline
Posts: 111
Date:
ລັດຖະບານ ຊີ້ແຈງການພັດທະນາບຶງທາດຫລວງ
Permalink   



4332wb6197ut2.gif


*(ຂປລ): ຕອນ​ແລງ​ວັນ​ທີ 11 ກຸມພາ 2008 ນີ້ ທີ່​ສຳນັກງານ​ນາຍົກລັດຖະມົນຕີ, ທ່ານ ສົມ​ສະຫວາດ ​ເລັ່ງສະຫວັດ, ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ຮອງ​ນາຍົກລັດຖະມົນຕີ, ຜູ້​ປະຈຳ​ການ​ລັດຖະບານ ​ໄດ້​ໃຫ້​ຄວາມ​ກະຈ່າງ​ແຈ້ງ ຕໍ່​ສື່​ມວນ​ຊົນ ກ່ຽວ​ກັບ​ການ​ພັດທະນາ​ທີ່​ດິນ​ ບໍລິ​ເວນ​ບຶງ​ທາດຫລວງ ​ເພື່ອ​ສ້າງ​ໃຫ້​ບໍລິ​ເວນ​ດັ່ງກ່າວ​ມີ​ຄວາມ​ສວຍ​ງາມ, ຈະ​ເລີ​ນສີວິ​ໄລ, ​ເປັນ​ເມືອງ​ທັນ​ສະ​ໄໝ.
ທ່ານຮອງ​ນາຍົກລັດຖະມົນຕີ ສົມ​ສະຫວາດ ​ເລັ່ງສະຫວັດ ກ່າວ​ວ່າ: ໃນ​ກອງ​ປະຊຸມ​ໃຫຍ່​ຄັ້ງທີ VIII ຂອງ​ພັກ​, ສູນ​ກາງ​ພັກ ​ ແລະ ລັດຖະບານລາວ ​ຕ້ອງ​ການ​ພັດທະນາ​ປະ​ເທດ​ຊາດ​ໃຫ້​ໄວຂຶ້ນ ​​ເພື່ອ​ໃຫ້​ທັນ​ກັບປະ​ເທດ​ອື່ນ. ແຕ່​ການ​ພັດທະນາ​ດັ່ງກ່າວ ມັນ​ຕ້ອງການ​ທຶນ ຮອນ​ອັນ​ມະຫາສານ ,ແຕ່ລາວເຮົາພັດມີໜ້ອຍ, ຖ້າ​ຈະ​ກູ້​ຢືມ​ຈາກ​ຕ່າງປະ​ເທດ ​ ແລະ ​ເສຍ​ດອກ​ເບ້ຍ​ຕື່ມ​ອີກ​ນັ້ນ ກໍ​ເປັນ​ໄປ​ບໍ່​ໄດ້ຍ້ອນ​ວ່າລາວ​ເປັນ​ປະ​ເທດ​ດ້ອຍ​ພັດທະນາ ຍັງມີໜີ້ ສິນ​ຕໍ່​ຕ່າງປະ​ເທດ​ຢູ່. ​ ແຕ່​ວ່າພວກ​ເຮົາ​ຕ້ອງການ​ທຶນ​ມະຫາສານ​ມາ​ພັດທະນາ. ທຸກໆ​ປະ​ເທດ​ໃນ​ໂລກ ​ໃຜໆ​ກໍ ຍາດ​ແຍ່ງ​ກາລະ​ໂອກາດ ​ ແລະ ​ເລັ່ງພັດທະນາ​ຕົນ​ເອງ​ໃຫ້​ຈະ​ເລີ​ນ ​ ແລະ ທັນ​ສະ​ໄໝ. ອີກ​ຢ່າງ​ໜຶ່ງ ​ຖ້າວ່າເຮົາ​ບໍ່​ພັດທະນາປະເທດ​ແລ້ວ ​ໃຜ​ຈະ​ມາ​ພັດທະນາ​ໃຫ້. ດັ່ງນັ້ນ ລັດຖະບານ​ຈຶ່ງ​ເຫັນ​ວ່າ: ລາວ​ຍັງ​ມີ​ຊັບພະຍາກອນ ​ເຊັ່ນ: ນ້ຳ, ປ່າ​ໄມ້, ບໍ່​ແຮ່, ດິນ ​ ແລະ ອື່ນໆ ຊຶ່ງ​ໃນ​ນັ້ນ ສຳລັບ​ນ້ຳ​ກໍ​ໄດ້​ຂົນຂວາຍ​ໃຫ້​ຕ່າງປະ​ເທດ​ມາ​ພັດທະນາ​ເຮັດ​ໄຟຟ້າ​ນ້ຳຕົກ; ປ່າ​ໄມ້​ກໍ​ມີແຜນການ​ ມີ​ກຳນົດ​ຂຸດ​ຄົ້ນ​ໃນ​ແຕ່ລະ​ປີ ແລະ ​ເຫັນ​ວ່າປ່າ​ໄມ້​ນັບ​ມື້ຫລຸດ​ລົງ ຈຶ່ງ​ເຫັນ​ວ່າ​ຄວນ​ໄດ້​ຫລຸດຜ່ອນ​ການ​ຕັດ​ໄມ້ ເພື່ອ​ຮັກສາ​ຄວາມ​ຂຽວ​ຊຸ່ມ​ຊື່ນ​ຂອງ​ທຳ​ມະ​ຊາ​ຕໍ່​ໄປ; ບໍ່​ແຮ່​ກໍ​ຈະ​ຕ້ອງ​ໃຊ້​ເວລາ​ອັນ​ຍາວ​ນານ ຈຶ່ງຈະ​ພັດທະນາ​ໄດ້. ສຳລັບ​ດິນ​ເຫັນ​ວ່າ​ຍັງ​ມີ​ຫລາຍ ຈຶ່ງ​ໄດ້​ຕົກລົງ​ວ່າ ຕ້ອງ​ຫັນ​ຊັບ​ສິນ​ໃຫ້​ເປັນ​ທຶນ ​ໂດຍ​ຫັນປ່ຽນ​ດິນ​ໃຫ້​ເປັນ​ທຶນ ຊຶ່ງ​ພໍດີ​ກັບ​ປີ 2009 ສປປ ລາວ ​ໄດ້​ຮັບ​ກຽດ​ເປັນ​ເຈົ້າ ພາບ​ກິລາ​ຊີ​ເກ​ມ ​ ແລະ ປີ 2010 ກໍ​ຈະ​ມີ​ການສະ​ເຫລີ​ມສະຫລອງ​ເມືອງ​ວຽຈັນ 450 ປີ ຊຶ່ງ​ມີ​ຄວາມ​ຕ້ອງການ​ສິ່ງ​ຮອງ​ຮັບ ​ເຊັ່ນ: ສະໜາມກິລາ, ທີ່​ພັກ​ພາ​ອາ​ໄສ, ສະຖານ​ທີ່​ທ່ອງ​ທ່ຽວ...ລັດຖະບານ​ລາວ​ຈຶ່ງ​ໄດ້​ປຶກສາ​ກັບ​ທະນາຄານ​ພັດທະນາ​ ແຫ່ງ​ຊາດ​ຈີນ ເພື່ອໃຫ້ທະນາຄານ​ດັ່ງກ່າວ ຊອກ​ຫາບໍລິສັດທີ່ມີປະສົບການ ​ ແລະ ​ໃຫ້​ທຶນ​ກູ້​ຢືມ​ແກ່​ບໍລິສັດ​ດັ່ງກ່າວ​ ມາ​ສ້າງ​ສະໜາມ​ກິລາ​ໃຫ້​ແກ່​ລາວ ​ໂດຍ​ທີ່​ລັດຖະບານ​ລາວ​ບໍ່​ໄດ້​ກູ້​ຢືມ ​ ແລະ ບໍ່​ໄດ້​ເສຍ​ດອກ​ເບ້ຍໃຫ້​ແກ່ທະນາຄານ​ຂອງ​ຈີນ ​ເມື່ອ​ສ້າງ​ສຳ​ເລັດ ສະໜາມກິລາກໍ​ຈະ​ເປັນ​ຂອງ​ລາວ.
ເພື່ອ​ທົດ​ແທນ​ທຶນ​ສ້າງ​ສະໜາມກິລາ ດັ່ງນັ້ນ ລັດຖະບານ​ລາວ ຈຶ່ງ​ຕົກລົງ​ຊອກ​ດິນ​ບ່ອນ​ໃໝ່​ ມາ​ໃຫ້​ບໍລິສັດ​ຈີນ​ພັດທະນາ​ໂດຍ​ການ​ສຳ​ປະທານ​ໃນ​ເນື້ອທີ່ 1.000 ກວ່າເຮັກຕາ ​ໃນບໍລິເວນບຶງ​ທາດຫລວງ ​​ ແລະ ຕົກລົງ​ໃຫ້ບໍລິສັດຂອງຈີນ ຮ່ວມ​ກັບ​ບໍລິສັດ​ລາວ ຊຶ່ງ​ເອີ້ນວ່າ ບໍລິສັດ​ຮ່ວມທຶນ​ລາວ-ຈີນ ຫລື ອົງ​ກອນ​ບໍລິຫານ​ງານ​ຮ່ວມ ລາວ-ຈີນ ​ເປັນ​ຜູ້​ພັດທະນາ ​ໂດຍ​ບໍລິສັດ​ຈີນ ກູ້ຢືມທຶນຈາກທະນາຄານແຫ່ງຊາດຈີນ​ມາ​ລົງທຶນ ​ ​ ແລະ ບໍລິສັດ​ລາວ​ກໍ​ບໍ່​ໄດ້​ລົງທຶນ​ນຳ​ອີກ ​ແຕ່​ບໍລິສັດ​ຈີນ​ກໍ​ຍັງຈະ​ໃຫ້​ລາວ​ຖື​ຮຸ້ນ​ນຳ 5%.
ຕາມ​ສັນຍາ​ທີ່​ໄດ້​ເຊັນ​ກັນ​ໃນ​ວັນ​ທີ 26/11/2006 ​ແມ່ນ​ໄດ້​ຕົກລົງ​ເອົາ​ເນື້ອທີ່ 1.000 ເຮັກຕາ ເພື່ອ​ພັດທະນາ​ໂດຍ​ມີ​ກຳນົດ 50 ປີ ແລະ ສາມາດ​ຕໍ່​ສັນຍາ​ໄດ້​ ຕາມ​ການ​ຕົກລົງ​ຂອງ​ລັດຖະບານ​ລາວ. ໃນ​ສັນຍາ​ລະບຸ​ວ່າ: ​ໃນ​ໄລຍະ​ດຳ​ເນີນ​ໂຄງການນັ້ນ ຝ່າຍ​ລາວ​​ສາມາດ​​ຖື​ຮຸ້ນ​ 5% ແລະ ຝ່າຍຈີນ​ຍິນ​ດີ​ຈະ​ຂາຍ​ຮຸ້ນ​ໃຫ້​ລາວ​ເພີ່ມ​ຂຶ້ນ, ຖ້າວ່າ​ ຝ່າຍລາວຕ້ອງການຊື້ຮຸ້ນດັ່ງກ່າວ. ຂະນະທີ່ຝ່າຍຈີນຢືນຢັນ ເມື່ອຫມົດສັນຍາ ແລະ ສາມາດເກັບທຶນຈາກການນຳໃຊ້ຫມົດ​ແລ້ວ ກໍ​ຈະ​ມອບ​ກິດຈະການ​ດັ່ງກ່າວ​ ຄືນໃຫ້​ລັດຖະບານລາວ ​ເປັນ​ຜູ້​ຄຸ້ມ​ຄອງ ​ ແລະ ນຳ​ໃຊ້.
ທ່ານ​ຮອງ​ນາຍົກ​ຍັງ​ກ່າວ​ຢືນຢັນວ່າ: ລັດຖະບານ​ລາວ ບໍ່​ໄດ້​ຂາຍ​ດິນ 1.000 ເຮັກຕາ​ໃຫ້​ແກ່​ຈີນ ​ ແລະ ບໍ່​ມີ​ສັນຍາ​ວ່າ ​ເມື່ອ​ສ້າງ​ສຳ​ເລັດ​ແລ້ວ ຈະ​ມີ​ປະຊາຊົນ​ຈີນ 50.000 ຄົນ​ມາ​ອາ​ໄສ​ຢູ່. ຈີນ​ບໍ່​ມີ​ກຳມະສິດ​ໃດໆ ໃນ​ດິນ​ຕອນ​ນີ້ ມີ​ພຽງ​ແຕ່​ມາ​ຮ່ວມ​ກັບ​ບໍລິສັດ​ຂອງ​ລາວ​ພັດທະນາ​ດິນ​ຕອນ​ນີ້ ໂດຍ​ທີ່​ລັດຖະບານ​ລາວມອບ​ສິດ​ນຳ​ໃຊ້​ໃຫ້​ໃນ​ກຳນົດ​ທີ່​ສຳ​ປະທານເທົ່ານັ້ນ.
ສຳລັບປະຊາຊົນ​ຜູ້​ທີ່ຢູ່​ໃນ​ບໍລິ​ເວນ​ດັ່ງກ່າວ ​ແມ່ນ​ຈະ​ໄດ້​ຮັບ​ການ​ຊົດ​ເຊີຍ​ຕາມ​ລະບຽບ​ກົດໝາຍ​ຢ່າງ​ ແນ່ນອນ ​ໂດຍ​ໄດ້​ຈັດ​​ແບ່ງ​ເປັນ ປະ​ເພດ​ຄື: ຜູ້​ທີ່​ໃຊ້ ຫລື ນຳ​ໃຊ້​ທີ່​ດິນ, ຄອບ​ຄອງ​ຊັບ​ສົມບັດ​ຄົງ​ທີ່ ທີ່ຖືກຕ້ອງ​ຕາມ​ກົດໝາຍ ​ ແລະ ​ໄດ້​ພັດທະນາ​ທີ່​ດິນ​ແລ້ວ ​ແມ່ນ​​ໃຫ້​ທົດ​ແທນ​ສິດ​ນຳ​ໃຊ້​ທີ່​ດິນ, ຄ່າ​ບູລະນະ, ຄ່າ​ເສຍ​ຫາຍ, ສິ່ງ​ປຸກ​ສ້າງ, ຄ່າ​ຜົນລະປູກ ຕາມ​ເໝາ​ສົມ. ຜູ້​ທີ່​ໃຊ້ ຫລື ນຳ​ໃຊ້​ທີ່​ດິນ, ຄອບ​ຄອງ​ຊັບ​ສົມບັດ​ຄົງ​ທີ່ ທີ່ບໍ່ຖືກຕ້ອງ​ຕາມ​ກົດໝາຍ ​ແຕ່ໄດ້​ມີ ການພັດ ທະນາ ​ທີ່​ດິນ​ແລ້ວ​ ​ແມ່ນ​ຈະ​​ໄດ້​ທົດ​ແທນ​ຄ່າ​ເສຍ​ຫາຍການ​ປຸກ​ສ້າງ, ຄ່າ​ບູລະນະ, ຄ່າ​ຜົນລະປູກ ຕາມ​ເໝາ​ະສົມ. ຜູ້​ທີ່​ມີ​ເອກະສານ​ສິດໃຊ້ ຫລື ນຳ​ໃຊ້​ທີ່​ດິນ ຖືກຕ້ອງ​ຕາມ​ກົດໝາຍ ​ແຕ່ທີ່​ດິນ​ບໍ່​ໄດ້​ຖືກ​ນຳ​ໃຊ້ ໃນ​ໄລຍະ 3 ປີ ພາຍຫລັງ​ທີ່​ໄດ້​ຮັບ​ອະນຸຍາດ​ນຳ​ໃຊ້ ​ແມ່ນ​ຈະ​​ໄດ້​ທົດ​ແທນ​ສິດ​ນຳ​ໃຊ້​ທີ່​ດິນຕາມ​ເໝາະ​ສົມ. ຜູ້​ທີ່​​ໄດ້ໃຊ້ ຫລື ນຳ​ໃຊ້​ທີ່​ດິນ​ແລ້ວ ​ແຕ່​ບໍ່​ມີ​ເອກະສານ​ທີ່​ຖືກຕ້ອງ​ຕາມ​ກົດໝາຍ ​ ແລະ ​ບໍ່ໄດ້​ມີ​ການພັດທະນາ​ ​ແມ່ນ​ຈະ​​ບໍ່ໄດ້ຮັບ​ການ​ທົດ​ແທນ​​ແຕ່​ຢ່າງ​ໃດ.
ເວົ້າລວມແລ້ວ ການຫັນຊັບສິນໃຫ້ເປັນທຶນ ແມ່ນຈະນຳຜົນປະໂຫຍດອັນມະຫາສານ ມາສູ່ປະຊາຊົນ. ປະເທດເຮົາຈະໄດ້ຮັບການພັດທະນາໃນຈັງຫວະທີ່ໄວຂຶ້ນ,ປະຊາຊົນເຮົາຈະມີວຽກເຮັດງານທຳ ຫລາຍຂຶ້ນ;ຊີວິດການເປັນຢູ່ຂອງປະຊາຊົນຈະໄດ້ຮັບການປົວແປງໃຫ້ດີຂຶ້ນ; ໂສມຫນ້ານະຄອນຫລວງ ວຽງ ຈັນ ກໍຈະມີໃບຫນ້າໃຫມ່./.


__________________

ຢ່າລືມໃຫ້ຄວາມເຫັນນໍາແດ່ເດີ່ ອ່ານແລ້ວລະນ່າ..

Do not forget to give us a comment!



Member

Status: Offline
Posts: 9
Date:
Permalink   

ບໍ່ຮູ້ວ່າສາມແຖວສຸດທ້າຍມັນເປັນຄວາມຄິດເຫັນຂອງຜູ້ໂພສບໍ່ ຖ້າບບໍ່ແມ່ນຢາກເຫັນຄວາມຄິດເຫັນທ່ານ ຈິນແດ່ເນະ.

__________________


Senior Member

Status: Offline
Posts: 111
Date:
Permalink   

ແມ່ນຄວາມລັດຖະບານເພິ່ນແລ້ວລະ.... ດິນດອນຢູ່ເມືອງລາວ ຍັງວ່າງຫຼາຍ... ເຮັດໂລດແລ້ວ.
ມັນເປັນດິນເປົ່າວ່າງມາຮັ່ນກະສິໄດ້ຮອດພັນປີແລ້ວເດ່, ຮີບສ້າງຮີບສາ...

__________________

ຢ່າລືມໃຫ້ຄວາມເຫັນນໍາແດ່ເດີ່ ອ່ານແລ້ວລະນ່າ..

Do not forget to give us a comment!

mbt shoes outlet

Date:
mbt shoes outletຊີ້ແຈງການພັດທະນາບຶງທາດຫລວງ
Permalink   


air force 1,
nike air force 1,
air force 1 shoes,
ugg boots,
uggs sale,

__________________
ຄຳຮຸ່ງ

Date:
RE: ລັດຖະບານ ຊີ້ແຈງການພັດທະນາບຶງທາດຫລວງ
Permalink   


ປະຊາຊົນຊາວຜູ້ອອກແຮງງານ ກໍ່ຄືຊາວໜຸ່ມຈຳນວນຫລາຍຍັງຂາດວຽກເຮັດ

ຊຳຜັດປ່ອຍຕ່າງຊາດເຂົາປະເທດເປັນຈຳນວນຫລາຍ ....(.ລັກເລ໋ກ ຈີ່ປຸ້ນ ສັງຄົມວຸ້ນວາຍ  )    



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard