lao student association in France

Members Login
Username 
 
Password 
    Remember Me  
Post Info TOPIC: Definition of Valentine


Senior Member

Status: Offline
Posts: 111
Date:
Definition of Valentine
Permalink   


12064wb6223bi0.gif

ວັນແຫ່ງຄວາມຮັກມີກົກ ເຄົ້າມາຈາກໃສ ເປັນຫຍັງວັນນີ້ ຈື່ງເປັນວັນສັນຍະລັກ ແຫ່ງຄວາມຮັກ???

ວັນວາເລັນທາຍ ໑໔ ກຸມພາພັນ ເປັນວັນມອບຄວາມ ຮັກຄວາມຊື່ສັດ ໃຫ້ແກ່ກັນ
ເປັນວັນທີ່ແສນຈະໂຣມັນຕິກ ເພາະ ຄູ່ຮັກຈະເລອຶກວັນ ນີ້ເພຶ່ອບອກຮັກກັນ ແລະ ແຕ່ງງານກັນ
ສັນຍາລັກຂອງຄວາມຮັກຈະແມ່ນດອກ ກຸຫລາບ ແລະ ຄຳຫວານໆ

ກ່ອນຈະມີວັນນີ້ ໄດ້ມີຕຳນານ ເລົ່າວ່າ : ມີນັກບວດ ຊື່ ວ່າ ເຊນ ວາເລັນທາຍ saint valentin ສໃມໂຣມັນ ຄ ສ 270 ທີ່ພະຍາຍາມໃຫ້ຄົນ ເຂົ້າມາທຳພິທີແຕ່ງງານກັນທີ່ໂບດ ແລະ ໄດ້ສາບານ ຕໍ່ຫນ້າພະເຈົ້າ ເຖິງຄວາມຮັກ ອັນບໍລິສຸດຈາກໃຈຕໍ່ກັນ ຊື່ງຜິດຕໍ່ທາງການຂອງໂຣມັນ
ແຕ່ທ່ານ ເຊນ ວາເລັນທາຍ ກໍແອບທຳພິທີ່ ແຕ່ງງານ ໃຫ້ຄູ່ບ່າວສາວຢ່າງລັບໆຕະລອດ
ໃນທີ່ສຸດ ທ່ານກໍຖຶກຈັບຕົວໄປຄຸມຂັງ ຢ່າງແສນທໍຣະມານ

ແຕ່ລະວັນຈະມີຄົນມາ ຢ້ຽມເພິ່ນ (ຄູ່ບ່າວສາວທີ່ເພິ່ນເຄີຍທຳພິທີໃຫ້)ພອ້ມດອກໄມ້
ໃນຫັ້ນໄດ້ມີຍີງສາວຄົນນື່ງ ຊື່ງເປັນລູກສາວ ຜູ້ຄຸມນັກໂທດ ຂໍມາຢ່ຽມເພີ່ນທຸກວັນ
ເພິ່ນໄດ້ຖຶກປະຫານຊີວິດ ໃນວັນ ໑໔ ກຸມພາພັນ
ກ່ອນຕາຍເພິ່ນໄດ້ຂຽນຈົດຫມາຍໄວ້ໃຫ້ຍີງສາວ "love from your valentine"
ວັນທີ່ ໑໔ ກຸມພາ ຈື່ງຖືເປັນວັນແຫ່ງຄວາມຮັກ ເພື່ອລະລືກເຖີງ ທ່ານ ເຊນ ວາເລັນທາຍ

chinesevalentinebannerqg1.jpg

ຄວາມຫມາຍ ຕີອອກຈາກຄຳວ່າ valentine

V = verity.............. ຄວາມຈີງທີ່ເຊື່ອງຊອ້ນຢູ່ໃນໃຈ ແລະ ຢາກໃຫ້ເຂົາຮູ້
A = ambition ......... ຄວາມປາຖນາ ທີ່ແຮງກ້າ ຄວາມໄຝ່ຝັນ ເຫມືອນມີໄຟ ຂັງໃວ້ໃນໃຈ
L = lenient ............. ຄວາມຜ່ອນຜັນ ຄວາມລະຖິ້ມຊື່ງເປັນຂອງຕົວເອງ ເພື່ອຄວາມຖາວອນຂອງຮັກ
E = equality............ ຄວາມເທົ່າທຽມກັນ ບໍ່ເອົາປຽບກັນ
N = notable .......... ການຍົກຍ້ອງ ໃຫ້ກຽດກັນ ບໍ່ວ່າສຖານທີ່ໃດ່
T = tender ........... ຄວາມອອ່ນຫວານ ເປັນຫ່ວງເປັນໃຍກັນ
I = innovation ........... ຄວາມສແວງຫາສີ່ງທີ່ມາສົ່ງເສີມຮັກ
N = nexus ........... ຄວາມ ຮັກ ສາຍສັມພັນ
E = endurance........... ຄວາມອົດທົນ ເພື່ອໃຫ້ຮັກນີ້ ເປັນຊົ່ວນິຣັນດອນ


-- Edited by chinaelf at 17:48, 2008-02-17

__________________

ຢ່າລືມໃຫ້ຄວາມເຫັນນໍາແດ່ເດີ່ ອ່ານແລ້ວລະນ່າ..

Do not forget to give us a comment!

Page 1 of 1  sorted by
 
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard