lao student association in France

Members Login
Username 
 
Password 
    Remember Me  
Post Info TOPIC: Improvement of Vat sisaket


Senior Member

Status: Offline
Posts: 111
Date:
Improvement of Vat sisaket
Permalink   


reimprovevatsisakhetjk1.jpg


ໂດຍອີງຕາມດຳລັດວ່າດ້ວຍມໍລະດົກ ວັດທະນະທຳ ປະຫວັດສາດ ແລະ ທຳມະຊາດລະດັບຊາດ ຂອງສຳນັກ
ງານນາຍົກລັດຖະມົນຕີ ສະບັບເລກທີ 174/ນຍ ລົງວັນທີ 13 ພະຈິກ 1993 ແລະ ເພື່ອເປັນການກະກຽມໃນການປະຕິສັງ
ຂອນວັດສີສະເກດ (ຫໍພິພິທະພັນສີສະເກດ) ເນື່ອງໃນໂອກາດສະເຫລີມສະຫລອງນະຄອນຫລວງວຽງຈັນ ຄົບຮອບ 450 ປີ
ດັ່ງນັ້ນໃນຕອນເຊົ້າຂອງວັນທີ 13 ກຸມພາ 2008 ນີ້ ການນຳນະຄອນຫລວງວຽງຈັນ ຊຶ່ງນຳໂດຍທ່ານ ດຣ. ສິນລະວົງ ຄຸດ
ໄພທູນ ເຈົ້າຄອງນະຄອນຫລວງວຽງຈັນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ຈຶ່ງໄດ້ລົງເບິ່ງຕົວຈິງ ສະພາບວັດສີສະເກດ.

    ວັດສີສະເກດ ແມ່ນວັດຫນຶ່ງທີ່ມີຄວາມສຳຄັນທາງດ້ານປະຫວັດສາດ ທີ່ເຫລືອຈາກການຮຸກຮານຂອງສັກດີ
ນາສະຫຍາມ ແລະ ເປັນວັດທີ່ມີສິລະປະທີ່ສວຍສົດງົດງາມ ປະດັບປະດາດ້ວຍມຸກແກ້ວ ຄຳປິວ ເງິນປິວ ມີຫລັກຖານພຽງ
ພໍໃນການຄົ້ນຄວ້າ ຊຶ່ງເປັນສະຖານທີ່ແຫ່ງຫນຶ່ງທີ່ຂັ້ນເທິງໄດ້ໃຫ້ການເອົາໃຈໃສ່ປົກປັກຮັກສາ ແລະ ເປັນບ່ອນທ່ອງທ່ຽວ
ຂອງແຂກທັງພາຍໃນ ແລະ ຕ່າງປະເທດເຂົ້າມາຊົມບໍ່ໄດ້ຂາດ ວັດສີສະເກດສ້າງຕັ້ງຂຶ້ນເມື່ອປີ 1818 ແລະ ສຳເລັດໃນປີ
1824 ໃນສະໄຫມເຈົ້າອານຸວົງ ປັດຈຸບັນມີອາຍຸໄດ້ 190 ປີ ສະພາບວັດຖຸກໍ່ສ້າງແມ່ນສຳລຸດເປ່ເພຫລາຍຢ່າງ ດັ່ງນັ້ນຄະນະ
ກົມພິພິທະພັນ ແລະ ວັດຖຸບູຮານ ຄະນະພະແນກຖະແຫລງຂ່າວ ແລະ ວັດທະນະທຳປະຈຳນະຄອນຫລວງວຽງຈັນ ແລະ
ຄະນະອຳນວຍການກອງວິຊາການພິພິທະພັນສະຖານບູຮານ ຈຶ່ງໄດ້ຕົກລົງເຫັນດີປະຕິສັງຂອນວັດດັ່ງກ່າວ ເຊັ່ນ: ສຳລັບ
ສິມ ປະກອບມີໂຄງຫລັງຄາຍອດຊໍ່ຟ້າ ວັນແລນ ໄມ້ອົກໄກ່ ກອນ ແກ ປ້ານລົມ ປ້ານຊາຍ ກອນແພ ສຳລັບຕົວສິມ ມີໂບກ
ຝາ ແອວຂັນ ຂັ້ນໄດ ຮາວຂັ້ນໄດ ປະຕູ ແລະ ປ່ອງຢ້ຽມ ສຳລັບເດີ່ນຈະປ່ຽນດິນກາໂລໃຫມ່ ສຳລັບກົມມະລຽນ ແມ່ນຈະສ້ອມ
ແປງພຸດທະຮູບປະທາຍເພັດ ຫລັງຄາ ໂບກຝາ ຮາວພະນັກ ມຸກ ປະຕູ 4 ດ້ານ ປ່ຽນບາງສ່ວນທີ່ເປ່ເພ ສຳລັບຮ່ອງລະບາຍ
ນ້ຳຈະສ້າງທັງ 4 ດ້ານໃນ ແລະ ນອກ ສຳລັບລະບົບໄຟຟ້າຈະປ່ຽນຫມົດຊຸດ ທັງໃນສິມ ແລະ ກົມມະລຽນ ສຳລັບຫໍໄຕແມ່ນ
ສ້ອມແປງຂັ້ນໄດ ຮວງຮັງເຜິ້ງ ໂຄງຫລັງຄາແມ່ທໍລະນີ ແມ່ຂີ້ໄຟ ແປ້ນປູພື້ນ ໄມ້ຄັນທວຍ ແລະ ອື່ນໆ ຊຶ່ງໄດ້ເຫັນດີເອົາວັນ
ທີ 4 ມີນາ 2008 ເປັນມື້ເລີ່ມການປະຕິສັງຂອນ ຊຶ່ງກົງກັບມື້ທີ່ສ້າງວັດດັ່ງກ່າວພໍດີ.

    ການລົງໄປຄັ້ງນີ້ ທ່ານ ດຣ. ສິນລະວົງ ຄຸດໄພທູນ ຍັງໄດ້ມອບເງິນຈຳນວນ 5.000.000 ກີບ ເພື່ອປະກອບ
ສ່ວນການປະຕິສັງຂອນວັດດັ່ງກ່າວ ເຊິ່ງກ່າວຮັບໂດຍທ່ານນາງ ວັນເພັງ ແກ້ວນະຄອນ ຫົວຫນ້າພະແນກຖະແຫລງຂ່າວ
ແລະ ວັດທະນະທຳ ນະຄອນຫລວງວຽງຈັນ.

* ຄັດຈາກ: ຫນັງສືພິມວຽງຈັນໃໝ່, ສະບັບວັນທີ 14-02-2008



__________________

ຢ່າລືມໃຫ້ຄວາມເຫັນນໍາແດ່ເດີ່ ອ່ານແລ້ວລະນ່າ..

Do not forget to give us a comment!

Page 1 of 1  sorted by
 
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard