lao student association in France
Members Login
Username
Password
Login
Remember Me
New Member
Lost Account Info?
laosAELF.vze.com
ສະມາຄົມນັກຮຽນ
ບົດສົນທະນາໜ້າທໍາອິດ
ລາຍຊື່ສະມາຊິກ
ຄົ້ນຫາ
Search
Advanced Search
ລາຍລະອຽດຂອງສະມາຊິກ
ປະຕິທິນ
lao student association in France
->
Lover
->
***** ທ້າຫົວໃຈໃສ່ສາວເຫນືອ *****
Start A New Topic
Reply
Post Info
TOPIC: ***** ທ້າຫົວໃຈໃສ່ສາວເຫນືອ *****
chin
Senior Member
Status: Offline
Posts: 111
Date:
Mar 8, 2008
***** ທ້າຫົວໃຈໃສ່ສາວເຫນືອ *****
Permalink
Reply
Quote
***** ທ້າຫົວໃຈໃສ່ສາວເຫນືອ *****
*ຟັງແລ້ວໃຈຊາບຊື້ງ................ຄະນຶງຄິດນຳສາວລາວ
ສາວຊຽງຂວງໄກ................ຢູ່ແດນເຫນືອພຸ້ນ
ບຸນຊາຍພໍຊິຍາກ.................ທັງລຳບາກຕອ້ຍຕ່ຳ
ບຸນບໍ່ພໍຊາດນີ້...........ແລ້ວສາວນອ້ຍຜູ່ຫ່ວງໄຍ
*ຂອບໃຈນຳສາວນອ້ຍ...............ດອກຟ້າເມືອງເຫນືອ
ກັບວຽງຈັນຊິໄປຂໍ..................ຮ່ວມຮຽງຄຽງຊອ້ນ
ນອນລະເມີຊິຝັນງ້ວງ.................ນຳຄຳຫວານສາວເພີ່ນວ່ານ
ມໍລະກົດໃຈສະທ້ານ.....................ຄຳຫວານນີ້ຊິບໍ່ລືມ
*ຄຳທີ່ນອ້ງກ່າວຊີ້..................ຖະແຫລງອອກເປັນບົດກອນ
ອອນຊອນນຳຄຳຫວານ...................ທີ່ວ່ານລົງມາຫາອ້າຍ
ເສຍດາຍອ້າຍບຸນນອ້ຍ...............ຄ່າດອງຊິສູງຄ່າ
ບ່າວມາກຫນ້າຫລາຍຕາ................ນອງຄົງມີມາກລົ້ນ ຫລາຍແທ້ ແມ່ນບໍ່ສາວ ນອ້ງເອີຍ
*ນ້ຳຕາທີ່ລິນຍອ້ຍ...............ຍອ້ນສາວຊ່າເມືອງວຽງຈັນ
ລໍວັນຫວນຫັນຄິດ................ວ່າມີສາວເມືອງແດນຟ້າ
ສາວງາມຄືນວນນອ້ງ..................ຊາຍຄົນຈົນທີ່ສົນຍາກ
ອ້າຍລຳບາກນອ້ງບໍ່ຊົ້ນ....................ສົມອ້າຍຜູ້ບ່າວຄອຍ
*ເສຍດາຍນໍສາວນອ້ຍ................ບຸນບໍ່ພາດພໍສົມ
ໃຊ້ຄາລົມປົວແຜໃຈ.................ຊ່ວງເຊົາຫາຍຊີ້ນ
ຍິນຄຳຫວານສາວມາຍອ້ງ.....................ໃຊ້ຄຳດີມີປະໂຫຍດ
ຮັກນີ້ໂທດບໍ່ໄດ້...................ໄຜຜິດນັ້ນບໍ່ຮອ່ນເຫັນ
*ສຳລັບກອນມື້ນີ້................ຝາກແນ່ສາວໃຈດີ
ທີ່ສະຫລະມາເສີມຄຳ.................ສັບສຳນວນມາອອນຊອນໄຊ້
ໃຈລະເມີຝັນເຫັນຫນ້າ..................ການດາຜູ້ຖາມຂ່າວ
ມໍລະກົດບ່າວຫນຸ່ມນອ້ຍ...............ບຸນຂອງອ້າຍຊິບໍ່ພໍ ນອ້ງເອີຍ
*ສາວຊຽງຂວງຜູ້ນີ້...............ໃຈໄຫວ່ຫວັ່ນນຳຄຳຫວານເດນໍ
ຢາກໄປຂໍເປັນແຟນຮັກ..................ວ່າຈັ່ງໃດເດສາວນອ້ຍ
ເຫັນແຕ່ຊາຍຫລາຍຫນ້າ....................ໄຂກາວີຖາມຂ່າວ
ບ່າວຜູ້ຈົນຄົນຂີ້ຮ້າຍ.............ສົນໃຈອ້າຍນັບວ່າບຸນ
*ນ້ຳຕາຕົກອາບແກ້ມ..................ຍອ້ນຄວາມຮັກມັນຝັງໃຈ
ຮັກນາງຈົນບໍ່ເຫລືອ..................ຫົວໃຈວາງວາຍໄຫ້
ແຕ່ເສຍດາຍນໍນາງນອ້ງ..................ເຂົາກໍ່ໄປມີແຟນໄຫມ່
ຫົວໃຈຈິ່ງຮອ້ງໄຫ້.................ສາວມາຮ້າງເລິກກັນ
*ສາວມາຫວານອອ່ນອ້ອ້ຍ..................ອອນຊອນມ່ວນເຂົ້າລີລາ
ເສຍດາຍນໍຄົນຈົນຮັກ.................ຊິບໍ່ສົມຄົນງາມນອ້ງ
ເສຍດາຍຄົນຄືອ້າຍ...................ດຳຄືກາສາວບໍ່ວ່າ
ເສຍດາຍຮູບຂີ້ຮ້າຍ..................ດຳປີດັ່ງຖ່ານໄຟ
*ເສຍດາຍອ້າຍໄກນອ້ງ........................ຢູ່ລະຫວ່າງຄອນພະເພັງ
ເມືອງໂຂງກັບຊຽງ....................ຫ່າງກັນແທ້ນໍນອ້ງ
ຫາກສາວມາອ້າຍ........................ເປັນໄພ້ຄອນດອນເດດ
ເຮັດນາວນຢູ່ຖິ່ນໄຕ້..................ມາຫາສ້າງພັດທະນາ
*ຢ້ານແຕ່ສາວບໍ່ກ້າ..................ຊິມາຮັກຊາຍຊາວດອນ
ຊາວເມືອງໂຂງໃຈຮັກຈິງ.....................ບໍ່ລືມກັນໄດນອ້ງ
ຢ້ານສາວງາມຄືຫລ້າ....................ເຫັນບ່າວມາຫາລົມຈີບ
ຢິບຜ້າຂາວເຊັດນ້ຳ........................ສອງຄັ້ງຈົ່ງສົງສານໃດເນີ
*ບ່າວເມືອງໂຂງນີ້ຮັກແທ້.....................ຖ້ານອ້ງກ້າປະຊັນບົດ
ຊິຂໍຮັກບໍ່ລືມກັນ................ຖ້າວ່ານາງຈິງໄຈແທ້
ຢ່າມາຊວນໄຫ້ນອນໄຫ້................ຄືສາວງາມທີ່ຜ່ານຜ່າ
ນ້ຳຕາອ້າຍຊິຫລັ່ງຍອ້ຍ.....................ສາວຊຽງນີ້ວ່າຈັ່ງໃດ
***** ຂຽນໂດຍ: ມໍລະກົດ *****
__________________
ຢ່າລືມໃຫ້ຄວາມເຫັນນໍາແດ່ເດີ່ ອ່ານແລ້ວລະນ່າ..
Do not forget to give us a comment!
Page 1 of 1
sorted by
Oldest First
Newest First
Quick Reply
Please log in to post quick replies.
lao student association in France
->
Lover
->
***** ທ້າຫົວໃຈໃສ່ສາວເຫນືອ *****
Subscribe
Jump To:
--- AELF news ---
Nouvel des étudiants
Society News
--- Cooking ---
Drinking
FOOD
--- Poeme and Joke ---
Lover
Natural
Jok
--- Album des photos ---
Photo d'etudiant
--- IT technologie ---
Prog.to download
--- Curriculum vetea des étudiants ---
CV de la génération 3
CV de la géneration 4
CV de la génération 1
CV de la génération 5
CV de la génération 2
--- Pub ---
le pub
Create your own FREE Forum
Report Abuse