lao student association in France

Members Login
Username 
 
Password 
    Remember Me  
Post Info TOPIC: ກຳແພງກັ້ນຮັກ


Senior Member

Status: Offline
Posts: 111
Date:
ກຳແພງກັ້ນຮັກ
Permalink   


***** ກຳແພງກັ້ນຮັກ *****

* ນັບແຕນອ້ງພາກອ້າຍ.................ໄປບໍ່ສັ່ງຍອ້ນຊາຍຈົນ
ນອ້ງບໍ່ສົນວົນນຳ.................ຄົນກ່ຳກ່ຄືອ້າຍ
ຮັກກັນມີແນວກັ້ນ.................ນັ້ນຄືພໍ່ ແລະ ແມ່
ຫ້າມສອງເຮົາຮັກສືບຕັ້ງ................ຄວາມຫັວງລົ້ມຍອ້ນວ່າຈົນ

* ຮັກນອ້ງຊ່າງຊອກຊ້ຳ.....................ກຳກະນ່ຳບໍ່ມີຢຸດ
ຮັກກັນທໍລະມານ..............ຍັງມີກຳແພງມາຂັ້ນ
ຮັກກັນຕິດຝັງແຫນ້ນ.................ແມ່ນກຳຫຍັງຈິ່ງຕອ້ງຈາກ
ພາກຮັກເຮົາໄຫ້ຈາກແລ້ວ.................ແນວໃຈອ້າຍກໍ່ງ່ວມເຫົງາ


* ຄືນທີ່ບໍ່ມີນອ້ງ...................ອ້າຍນັ່ງເຈົ່າເຫງົາຫງອຍ
ເບິ່ງເດືອນລອຍບໍ່ມີສຸກ...................ທຸກຫົວໃຈເດນອ້ງ
ເບິ່ງຈັນຢູ່ເທີງຟ້າ.....................ພາໄຫ້ໃຈແສນໂສກ
ວິບປະໂຍກຮັກຂາດນອ້ງ...................ບໍ່ມື້ຊິຊວ່ງເຊົາ

* ແຕ່ລະມື້ທຸກແທ້ນອ້ງ................ຫມອ່ງຫມົ່ນໃນຫົວໃຈ
ນອນລະທົມນ້ຳຕາໄຫລ.................ປວດໃຈທະລາຍມ້າງ
ພໍ່ແມ່ນາງມາຂວງກັ້ນ...................ຈົນວ່ານາງຕອ້ງມາຈາກ
ບໍ່ຮູ້ວ່ານອ້ງຈາກອ້າຍ.....................ໄປຢູ່ກ້ຳວ່າງໃດເດນໍ

* ອ້າຍນີ້ຮັກນອ້ງແທ້..................ບໍ່ແປປ່ຽນຜັນກາຍ
ໃຈຊາຍມີພຽງນາງ...................ຄືສັນຍາທີ່ເຄີຍເວົ້າ
ສອງເຮົາຢູ່ຄຽງຂ້າງ.................ບໍ່ມີຍາມຊິເຫີນຫ່າງ
ນາງຮັກອ້າຍຜູກຫມັ້ນ...................ໃຈອ້າຍນັ້ນກໍ່ເຊັ່ນດຽວ


* ໂອຍນໍກຳພາກຂັ້ນ.................ສັນຍາຮັກສອງຄົນ
ຕ້ອງຢູ່ຄົນລະແດນ...............ບໍ່ເຄີຍຊິເຫັນຫນ້າ
ຮຽນນຳກັນທຸກວັນມື້....................ໄປໃສມາມາມີນອ້ງຢູ່
ຫມູ່ຄູ່ເພີ່ນກໍ່ເຍີ້ຍ.....................ຄືຮັກແທ້ທີ່ຜ່ານມາ

* ຍອ້ນວ່າອ້າຍທຸກໄຮ້.................ຕອ້ຍຕ່ຳນີ້ບໍສາວ
ພໍ່ແມ່ມາທາວຫນີ...................ໄຫ້ຫ່າງກັນບໍ່ເຫັນຫນ້າ
ພໍ່ແມ່ມາຂວງກັ້ນ......................ຫ້າມຮັກກັນໄຫ້ຍົກເລີກ
ຄືເລີກແລບແຈບຊ້ຳ...................ນ້ຳຕາອ້າຍຫລັ່ງລິນ

* ອ້າຍນັ່ງຄິດທຸກມື້.................ຂໍວອນຕໍ່ເທວະດາ
ຂໍວອນອິນທາພົມ...............ຊ່ວຍບັນດົນຮັກຄາວນີ້
ຂໍວອນນຳເທໄທ້..................ໄຫ້ນາງມາສ້າງຮັກຕໍ່
ຂໍວອນທຸກເຂດຄ້າຍ.......................ຫັວງໃດ້ຮ່ວມນາງ

* ເສຍດາຍພໍ່ແມ່ນອ້ງ..............ຍັງແຍກວ່າຄົນຈົນ
ເສຍດາຍນໍມາຈຳແລງ...................ປ່ຽນແປງຄວາມຫມາຍຫມັ້ນ
ທຳລາຍກັນແທ້ນໍນີ້..................ມີກຳເວນແຕ່ຊາດກອ່ນບໍນໍ
ກຳຈິ່ງເຂາະຂອດກ້ຽວ.......................ວາຍວຸ້ນບໍ່ຫ່າງເລີຍ

* ຫາກວ່າຟ້າເປີດກ້ວງ.................ດວງຄົງຄາດສົມຫັວງ
ນັ່ງນັບແຕ່ເດືອນດາວ...................ທຸກຍາມລາຕີຍ້າຍ
ມື້ໃດຄືນຈັນແຈ້ງ.....................ແຍງຂອງຂັວນທີ່ນອ້ງຝາກ
ກັບສັນຍາຄິດຮ່ຳພໍ້.....................ນ້ຳຕານີ້ຄອ່ຍໄຫລ

* ຄິດຂື້ນມາແລ້ວນັ່ງໄຫ້....................ກຳແພງຮັກມາຕັນ
ຄວາມສຳພັນສອງເຮົາ....................ຈິ່ງກາຍອ້ນຄົນຫ້າມ
ຄວາມສຳຄັນສອງເຮົານີ້..................ພໍ່ແມ່ນາງເປັນຄົນກີດ
ຊີວິດຫາກຂດານອ້ງ.................ກຳແພງກັ້ນ ຫລັ່ງນ້ຳຕາ ກຳເອີຍ

***** ຂຽນໂດຍ: ມໍລະກົດ *****
ເມື່ອວັນທີ່: 10/3/08 2:37

__________________

ຢ່າລືມໃຫ້ຄວາມເຫັນນໍາແດ່ເດີ່ ອ່ານແລ້ວລະນ່າ..

Do not forget to give us a comment!

Page 1 of 1  sorted by
 
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard