lao student association in France

Members Login
Username 
 
Password 
    Remember Me  
Post Info TOPIC: ຂາດຄູ່ຂອງຫົວໃຈ


Senior Member

Status: Offline
Posts: 111
Date:
ຂາດຄູ່ຂອງຫົວໃຈ
Permalink   


ຂາດຄູ່ຂອງຫົວໃຈ
 
 
*ສຽງນົກຮອ້ງແຕ່ລະຄັ້ງ................ຫວັງເປັນນິດອິດສາ
 ສັກກຸນາເປັ່ງສຽງ...............ຍາມຕາຕາເວັນໂຜ່ຂື້ນຟ້າ
 ເບິ່ງງານຫນາບໍ່ວາງເວັ້ນ....................ເປັນຫນາວໃນຄິດເສົ້າ
 ຫາກມີສາວມາຢູ່ໄກ້.................ສົມໃຈອ້າຍປາດຖະຫນາ
 
 *ຄວາມຫວັງທີ່ຄາດໄວ້..........ມີຍິງຫນື່ງໃນຊີວິດ
 ຮູ້ຈັກເປັນຄົນດີ...........ບໍ່ໂລເລໄປຫາເຫລັ້ນ
 ເປັນຍິງດີຄົນຮູ້...............ທຳຄວາມດີບໍ່ປອ້ຍດ່າ
 ມາເປັນເມຍທີ່ຮັກແທ້...............ປົວແຜລ້າວ່າງໃຈ
 
 *ທຸກວັນອ້າຍອົດສູ້..............ລຳບາກທຸກຫາເງີນທອງ
 ທຸກວັນຫມອງອົດທົນ................ຫວັງມີຄົນຮູ້ໃຈອ້າຍ
 ທຸກວັນງານແສນຫຍຸ້ງ...............ຫນັກຫນາສູ້ຜ່ານຜ່າ
 ຫວັງໃນວັນຂ້າງຫນ້າ..................ສົມໃຈອ້າຍທີ່ຫວັງ
 *ຍາມຕາເວັນຄອ້ຍຄ່ຳ...........ໃຈອ້າຍກະນ່ຳຫວນຫາ
 ຄິດເຫນເດຍິງໃນຝັນ.................ຜູ້ທີ່ຊາຍຫວັງໃວ້
 ຈັກຊິເປັນແນວໃດແທ້................ແຕ່ວ່າຝັນຫາທຸກເມື່ອ
 ຍິງທີ່ຄິດຢູ່ທຸກມື້..............ພໍໄດ້ແຕ່ຝັນ
 
 *ຍາມເດືອນເຕັມທອ້ງຟ້າ................ຈັນເພັນເປັ່ງແສງທອງ
 ນອນງາຍນັ່ງຊົມຈັນ..............ຢາກມີນາງມານອນໄກ້
 ເດືອນດາວຍັງຄູ່ຟ້າ..............ຫາຄົນມາຄູ່ໃຈຍາກ
 ປາຍັງຢູ່ແມ່ນ້ຳ..................ຫົວໃຈກໍ່ຄິດເຫັນ ຢາກມີເດ
 
 *ບາງມື້ເມື່ອຍທໍ້ແທ້...............ສາວຍີ້ມໃສ່ຍາມທຳງານ
 ທໍລະມານຍາມເລີກການ...............ເຂົາໄປສອງກັບບ້ານ
 ແຕ່ເຮົາກັບເວວ້າງ..................ດຽວດາຍເດີນປ່ຽວ
 ທາງເສັ້ນດຽວທີ່ຂີດໄວ້..............ໃຈອ້າຍທຸກລະທົມ
 
 *ປານໃດນໍຟ້າຊິໄຫ້................ຍິງຫນື່ງໃນດວງໃຈ
 ນາງໄປນອນຢູ່ເມືອງໃດ......................ຫລືວ່ານາງບໍ່ມີແລ້ວ
 ນາງໄປນອນຢູ່ເມືອງຟ້າ...................ປະເທດໃດຟ້າບອກແນ່
 ຄືບໍ່ຫວັງຊິພົບແລ້ວ...................ຫາຈົນເຖົ້າກໍ່ບໍ່ເຫັນ
 
 *ຍາມໃດຝົນຕົກຍອ້ຍ....................ຈາກຟ້າທາລາໄຫລ
 ໃຈແສນປ່ຽວເອກາ.................ດັ່ງນົກນອນຄອນວ້າງ
 ນັກກຸນາຂັນຍາມເຊົ້າ............ນົກບິນຈອນຍັງມີຫມູ່
 ໃຈທີ່ຍັງຂາດຊູ້..................ຄືມາເສົ້າຢູ່ບໍ່ຫາຍ
 
 *ຂໍວອນບຸນທີ່ສ້າງ................ປາງກອ່ນຫົນໃດ
 ຂໍໄຫ້ນາງມາພົບ..............ພານໄຫ້ມາເຫັນຫນ້າ
 ຫາກນາງມາຊິຫອມແກ້ມ..................ນອນນຳບໍ່ຍອມຫ່າງ
 ງານຫນັກຫນາຊິຄອ່ຍສູ້..................ພຽງເທົ່ານີ້ ປາດຖະຫນາ
 
 *ນີ້ບໍ່ຄົນປ່ຽວວ້າງ..............ຂາດທີ່ເພີ່ງທາງຫົວໃຈ
 ຂາດຄົນມາເປັນແຟນ................ທີ່ປືກສາຍາມຫຍຸ້ງ
 ຂາດຄົນດູໃຈໄຫ້.....................ຍາມໃຈຫົດຫູ່
 ແສນປ່ຽວດາຍອົດຄອ່ຍຕັ້ງ.....................ຫວັງພຽງນອ້ງທີ່ຄອຍ
 
 *ເປັນແນວໃດໃຈດວງນອ້ຍ................ປວດຫຍິ່ງລະທົມຫນັກ
 ຝົນຍັງມີສາຍເມຄາ...................ປ່າຍັງມີມວນໄມ້
 ບ້ານມີຄົນມາເຕົ້າ......................ເປັນເຮືອນຊານຫລັງໄຫຍ່
 ບາດຫົວໃຈຄືປ່ຽວວ້າງ....................ເຮົານີ້ແມ່ນຍອ້ນກຳ ແທ້ບໍ
 
 *ຄົນໃຈປ່ຽວແສນອ້າງວ້າງ.................ມີແຕ່ທຸກຫມອງໃຈ
 ທຳງານຫນັກອົດສາ..................ສະເຫມີເຫມືອນຕົວຊ້າງ
 ງານຫນັກອົດພຽນກັ້ນ................ບໍ່ມີຊິຖອຍງ່າຍ
 ອົດຕໍ່ໄປໃຈນີ້ລ້າ...................ແຮງໃຈອ້າຍກໍ່ລົດລົງ
 
 *ຄົນໃຈປ່ຽວຜູ້ນີ້...............ຂາດຍິງນຶ່ງມາເທກແຄ
 ຂາດຄົນດູແລແຜ..............ທີ່ເຈັບໃຈຊວງອ້າຍ
 ມື້ໃດເດນໍຟ້າ.................ຊິສົງສານຄົນຂາດຄູ່
 ຊີວິດຂາດຄູ່ຊອ້ນ................ນອນຝັນພໍ້ຢາກແຕ່ງງານ ແທ້ເດ
 
 
ຜູ້ຂຽນ: ມໍລະກົດ


__________________

ຢ່າລືມໃຫ້ຄວາມເຫັນນໍາແດ່ເດີ່ ອ່ານແລ້ວລະນ່າ..

Do not forget to give us a comment!



Member

Status: Offline
Posts: 18
Date:
Permalink   

le créateur de ce site a mis ce poeme, il est amoureux 100%, je veux bien savoir ki il est amoureux, si kelkun sait, veuillez me signaler svp car je serai superbe ravie de voir le créateur du site de retrouver l'amour qu'il a cherché depuis très longtemps.................

__________________


Senior Member

Status: Offline
Posts: 111
Date:
Permalink   

ບໍ່ແມ່ນຈັ່ງສັ້ນດອກ ຂຽນລົງກະເພື່ອໃຫ້ໄດ້ອ່ານນໍາກັນຊື່ໆໆໆໆໆ

__________________

ຢ່າລືມໃຫ້ຄວາມເຫັນນໍາແດ່ເດີ່ ອ່ານແລ້ວລະນ່າ..

Do not forget to give us a comment!

Anonymous

Date:
Permalink   


air force 1,
nike air force 1,
air force 1 shoes,
ugg boots,
uggs sale,


__________________
Page 1 of 1  sorted by
 
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard