lao student association in France

Members Login
Username 
 
Password 
    Remember Me  
Post Info TOPIC: ຊົມເຊີຍການມີດາວທຽມສື່ສານຂອງຫວຽດນາມ


Senior Member

Status: Offline
Posts: 111
Date:
ຊົມເຊີຍການມີດາວທຽມສື່ສານຂອງຫວຽດນາມ
Permalink   


img-1197033465-1.jpg

ໃນວັນທີ 21 ເມສາ 2008, ພະນະທ່ານ ບົວສອນ ບຸບຜາວັນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງໂທລະເລກຊົມເຊີຍເຖິງ ສະຫາຍ ຫງວຽນເຕິນຢຸງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ທີ່ນະຄອນຫລວງຮ່າໂນ້ຍ ໂດຍມີເນື້ອໃນວ່າ:ໃນນາມລັດຖະບານ ແລະ ປະຊາຊົນລາວ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງຫວຽດນາມ ໃນການສົ່ງດາວທຽມສື່ສານ VINASAT1 ຊຶ່ງເປັນດາວທຽມດວງທຳອິດຂອງ ຫວຽດນາມ ຂຶ້ນສູ່ອະວະກາດ ເຮັດໃຫ້ຫວຽດນາມ ກາຍເປັນປະເທດທີ 93 ຂອງໂລກ ແລະ ເປັນປະເທດທີ 6 ຂອງອາຊີຕາເວັນອອກສຽງໃຕ້ ທີ່ມີດາວທຽມເປັນຂອງຕົນເອງ. ນີ້ເປັນເຫດການປະຫວັດສາດ ແລະ ເປັນຜົນສຳເລັດອັນໃຫຍ່ຫລວງ ໃນພາລະກິດສ້າງສາ ແລະ ພັດທະນາປະເທດຂອງຫວຽດນາມ ຊຶ່ງຈະປະກອບສ່ວນຍົກສູງ ຖານະບົດບາດຂອງຫວຽດນາມ ໃນເວທີສາກົນຂຶ້ນຕື່ມອີກ.ຂ້າພະເຈົ້າເຊື່ອໝັ້ນວ່າ, ຫລັງຈາກດາວທຽມດວງນີ້ໄດ້ເປີດນຳໃຊ້ຢ່າງເປັນປົກກະຕິແລ້ວ ຈະມີການນຳໃຊ້ຢ່າງມີປະສິດທິຜົນ ເພື່ອປະກອບສ່ວນຍົກສູງ ບັນດາພື້ນຖານໂຄງລ່າງ ດ້ານໂທລະຄົມພາຍໃນປະເທດ ພິເສດແມ່ນຢູ່ບັນດາຂົງເຂດຫ່າງໄກສອກຫລີກ ແລະ ປະກອບສ່ວນສ້າງເງື່ອນໄຂສະດວກ ແລະ ຍົກລະດັບຄວາມສາມາດ ໃນການຕິດຕໍ່ສື່ສານກັບຕ່າງປະເທດ. ອີກເທື່ອໜຶ່ງ, ຂ້າພະເຈົ້າຂໍສະແດງຄວາມຊື່ນຊົມຍິນດີ ແລະ ອວຍພອນໃຫ້ລັດຖະບານ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ຈົ່ງສືບຕໍ່ຍາດໄດ້ ຜົນສຳເລັດໃຫຍ່ຫລວງຂຶ້ນກ່ວາເກົ່າ ໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດຂອງຕົນ. ຂໍອວຍພອນໃຫ້ສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວຫວຽດນາມ ອ້າຍນ້ອງ ຈົ່ງນັບມື້ໄດ້ຮັບການເພີ່ມທະວີ ແລະ ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.

__________________

ຢ່າລືມໃຫ້ຄວາມເຫັນນໍາແດ່ເດີ່ ອ່ານແລ້ວລະນ່າ..

Do not forget to give us a comment!

Page 1 of 1  sorted by
 
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard