lao student association in France

Members Login
Username 
 
Password 
    Remember Me  
Post Info TOPIC: ບັດຂ່າວງານລາຕຼີສະໂມສອນ ສົມທົບທຶນບໍລິຈາກ


Senior Member

Status: Offline
Posts: 111
Date:
ບັດຂ່າວງານລາຕຼີສະໂມສອນ ສົມທົບທຶນບໍລິຈາກ
Permalink   


ເນື່ອງຈາກວ່າ ໂຮງຮຽນຂອງບ້ານ ນາໂຊຄໍາ ໄດ້ຖືກໄຟໄໝ້ໄປ ອັນໄດ້ສົ່ງຜົນສະທ້ອນໃຫ້ມີເດັກນ້ອຍ
ຈໍານວນໜຶ່ງ ຂາດບ່ອນສຶກສາຮໍາຮຽນ ຕະຫຼອດຮອດອຸປະກອນການສຶກສາ, ດ້ວຍຄວາມເມຕາ
ມະນຸດສະທໍາ ຕໍ່ເພື່ອນຮ່ວມຊາດ, ເຫັນແກ່ການສຶກສາ, ຄວາມກ້າວໜ້າ ແລະ ອານາຄົດ ຂອງ
ເຍົາວະຊົນລາວຜູ້ໜຸ່ມນ້ອຍ, ດັງນັ້ນ ພວກນັກສຶກສາລາວທີ່ປະເທດຝຼັ່ງ ຈຶ່ງຂໍຕາງໜ້າໃຫ້ກັບ
ສະມາຄົມລາວມົ້ງທີ່ປະເທດຝຼັ່ງເສດ ເພື່ອລົງປະກາດນີ້ມາຍັງທ່ານຜູ້ຊົມທັງຫຼາຍຊາບທົ່ວກັນວ່າ : ສະມາຄົມລາວມົ້ງທີ່ປະເທດຝຼັ່ງເສດ ຈະໄດ້ຈັດງານສົມທົບທຶນ ເພື່ອໄດ້ຈະນໍາໄປບໍາຣຸງ ແລະ ຊ່ອຍ
ສ້າງສາອາຄານໂຮງຮຽນຫຼັງໃໝ່ ທີ່ບ້ານ ນາໂຊຄໍາ ແຂວງ ສະຫວັນນະເຂດ.
ດັ່ງນັ້ນ ຈຶ່ງຂໍເຊີນຊວນມາຍັງທ່ານທັງຫຼາຍ ຈົ່ງໄດ້ໄປອຸ້ມຊູໃນງານຣາຕຼີສະໂມສອນໃນຄັ້ງນີ້ດ້ວຍ
ເຊິ່ງຈະຈັດຂື້ນໃນວັນ : ວັນເສົາທີ 10 ພຶດສະພາ 2008, ເລີ້ມແຕ່ເວລາ 19hເປັນຕົ້ນໄປຢູ່ທີ່:

Salle de Polyvalence COSEC
12, Avenue des Nations
69140 Rillieux la pape

ຫວັງເປັນຢ່າງຍິ່ງວ່າທ່ານຄົງຈະເສຍສະຫຼະເວລາອັນມີຄ່າຂອງພວກທ່ານ ໄປຮ່ວມອຸປະຖໍາງານ
ສົມທົບທຶນຄັ້ງນີ້ດວ້ຍ

ສ້າງບັນຍາກາດໂດຍວົງດົນຕຼີ: ມິດສໍາພັນ, ຄ່າບັດຜ່ານປະຕູ 10€
ເຄື່ອງດື່ມແລະອາຫານລາວແມ່ນມີໄວ້ໃຫ້ບໍ່ລິການໃນງານ
ສອບຖາມເພີ້ມເຕີມໄດ້ທີ່:
Mme. LY Monique Nho: 04 78 26 56 46
Mr. Ly Jaque: 04 84 54 95 14
MR. VANG Lock: 06 24 10 40 34



-- Edited by chin at 18:34, 2008-05-03

__________________

ຢ່າລືມໃຫ້ຄວາມເຫັນນໍາແດ່ເດີ່ ອ່ານແລ້ວລະນ່າ..

Do not forget to give us a comment!



Senior Member

Status: Offline
Posts: 111
Date:
Permalink   

ເປັນຕາໜ້າເສົ້າເວັບໄຊ້ທຼເຮົາ, ແຕ່ກະຢ່າມັນແລະ ຄົນເຮົາຕ້ອງມີຄວາມຫວັງແມ່ນບໍ່

__________________

ຢ່າລືມໃຫ້ຄວາມເຫັນນໍາແດ່ເດີ່ ອ່ານແລ້ວລະນ່າ..

Do not forget to give us a comment!

Page 1 of 1  sorted by
 
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard