lao student association in France

Members Login
Username 
 
Password 
    Remember Me  
Post Info TOPIC: 50 ລ້ານໂດລາ ເພື່ອພັດທະນາແຄມຂອງ


Senior Member

Status: Offline
Posts: 111
Date:
50 ລ້ານໂດລາ ເພື່ອພັດທະນາແຄມຂອງ
Permalink   


showpic.php?NewsID=2699


ໂຄງການປ້ອງກັນຕາຝັ່ງເຈື່ອນ ແລະ ພັດທະນາແຄມຂອງ ແມ່ນໂຄງການຫນຶ່ງທີ່ນອນໃນ 21 ໂຄງການໃຫຍ່
ໃນການກະກຽມ ເພື່ອຂ່ຳນັບຮັບຕ້ອນສະເຫລີມສະຫລອງ ນະຄອນຫລວງວຽງຈັນ ຄົບຮອບ 450 ປີ ໃນປີ 2010.
ໂຄງການດັ່ງກ່າວ ເປັນໂຄງການເງິນກູ້ຢືມຂອງລັດຖະບານລາວ ຈາກລັດຖະບານເກົາຫລີ ກອງທຶນຮ່ວມມື
ເພື່ອພັດທະນາທາງດ້ານເສດຖະກິດ ໃນມູນຄ່າ 37,21 ລ້ານໂດລາສະຫະລັດ ດອກເບ້ຍ 0,5% ຕໍ່ປີ ກຳນົດເວລາການກູ້
ຢືມ 30 ປີ ລັດຖະບານລາວປະກອບທຶນ 11,8 ລ້ານໂດລາ ເປັນມູນຄ່າລວມ 49,02 ລ້ານໂດລາ.
ສຳລັບຫນ້າວຽກທີ່ຈະຕ້ອງເຮັດ ມີຄູປ້ອງກັນນ້ຳຖ້ວມ ແລະ ປ້ອງກັນຕາຝັ່ງເຈື່ອນ ຍາວ 12,2 ກິໂລແມັດ ແຕ່
ບ້ານຕາດທອງ ເມືອງສີໂຄດຕະບອງ ຮອດຫລັກ 3 ຖະຫນົນທ່າເດື່ອ ເມືອງສີສັດຕະນາກ ກຳນົດເວລາສຳເລັດແຕ່ນີ້ຮອດ
ຕົ້ນປີ 2013 ແຕ່ຮອດປີ 2010 ໃຫ້ສຳເລັດທັນສະຫລອງນະຄອນຫລວງວຽງຈັນ ຄົບຮອບ 450 ປີ ມີຄູປ້ອງກັນຕາຝັ່ງເຈື່ອນ
ປ້ອງກັນນ້ຳຖ້ວມເສັ້ນທາງ ສວນສາທາລະນະແຄມຂອງ ຄືສວນເຈົ້າອານຸ ໃນຕອນປາກປ່າສັກຫາໂຄ້ງທາດຂາວ ສ່ວນ
ຕອນທີ່ຍັງເຫລືອ ສືບຕໍ່ກໍ່ສ້າງໃຫ້ສຳເລັດຕາມເວລາທີ່ກຳນົດໄວ້.
ໂຄງການປ້ອງກັນຕາຝັ່ງເຈື່ອນ ແລະ ພັດທະນາແຄມຂອງ ແມ່ນໄດ້ສຳເລັດການສຶກສາສ້າງບົດວິພາກເສດ
ຖະກິດເຕັກນິກ ໃນເດືອນສິງຫາ 2007 ໂດຍແມ່ນບໍລິສັດນຳວອນ ທີ່ປຶກສາ ເປັນຜູ້ຕາງຫນ້າອົງການກອຍກາ ເປັນຜູ້ຈັດ
ຕັ້ງປະຕິບັດຕົວຈິງ ແລະ ມາຮອດເດືອນຕຸລາ 2007 ລັດຖະບານລາວ ກໍໄດ້ຮັບຮອງເອົາໂຄງການດັ່ງກ່າວ ຈາກນັ້ນ ເວລາ
ຕໍ່ມາ ກໍໄດ້ດຳເນີນການປະມູນເພື່ອຄັດເລືອກເອົາບໍລິສັດທີ່ປຶກສາ ແລະ ຜ່ານການປະມູນແມ່ນເຫັນວ່າບໍລິສັດນຳວອນ ທີ່
ປຶກສາ ເປັນຜູ້ຊະນະ.
ດັ່ງນັ້ນ ມາຮອດຕອນແລງວັນທີ 15 ພຶດສະພາ 2008 ຜ່ານມານີ້ ກໍໄດ້ມີພິທີເຊັນສັນຍາວ່າຈ້າງທີ່ປຶກສາເພື່ອ
ສຳຫລວດອອກແບບ ແລະ ຕິດຕາມການກໍ່ສ້າງໂຄງການດັ່ງກ່າວ ດ້ວຍມູນຄ່າ 4,8 ລ້ານໂດລາຂຶ້ນ ທີ່ໂຮງແຮມດອນຈັນ
ພາເລດ ນະຄອນຫລວງວຽງຈັນ ລະຫວ່າງທ່ານ ດຣ. ທອງດຳ ໄຊພະກັສສາ ຫົວຫນ້າພະແນກໂຍທາທິການ-ຂົນສົ່ງນະ
ຄອນຫລວງວຽງຈັນ (ເຈົ້າຂອງໂຄງການ) ແລະ ທ່ານ ຮົງ ຮອງປະທານບໍລິສັດນຳວອນ ທີ່ປຶກສາ (ຜູ້ວ່າຈ້າງທີ່ປຶກສາ) ເຂົ້າ
ຮ່ວມເປັນສັກຂີພິຍານມີທ່ານ ດຣ. ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫລວງວຽງຈັນ ທ່ານ ສົມມາດ ພົນເສນາ ລັດ
ຖະມົນຕີວ່າການກະຊວງໂຍທາທິການ ແລະ ຂົນສົ່ງ ທ່ານຮອງເຈົ້າຄອງນະຄອນຫລວງ ເຈົ້າເມືອງ ຫົວຫນ້າພະແນກ
ການ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງສອງຝ່າຍ.

__________________

ຢ່າລືມໃຫ້ຄວາມເຫັນນໍາແດ່ເດີ່ ອ່ານແລ້ວລະນ່າ..

Do not forget to give us a comment!

Page 1 of 1  sorted by
 
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard