lao student association in France

Members Login
Username 
 
Password 
    Remember Me  
Post Info TOPIC: ບັນຫາ“…ລ້ຽວຂວາໄດ້ ຕ້ອງລະວັງ…”


Senior Member

Status: Offline
Posts: 111
Date:
ບັນຫາ“…ລ້ຽວຂວາໄດ້ ຕ້ອງລະວັງ…”
Permalink   


ເພື່ອນຜູ້ອ່ານທີ່ໃສ່ນາມວ່າ: “ທ້າວເຜີ້ງ” ຂຽນ ຈ.ມ ຜ່ານ E-mail ລົງວັນທີ 20/5/2008
 ເຖິງຄໍລຳພວກເຮົາ… ເພິ່ນສ່ອງແສງບັນຫາການສັນຈອນ ຕາມເສັ້ນທາງຢູ່ນະຄອນຫລວງພວກເຮົາ
 ໂດຍສະເພາະປ້າຍສັນຍານທີ່ບອກວ່າ: “ລ້ຽວຂວາໄດ້ ຕ້ອງລະວັງ…”ໃນຖານະຜູ້ຮັບຜິດຊອບຄໍລຳ
 “ແນວລາວ” ໄປຊອກຮູ້ຂໍ້ມູນກ່ຽວກັບປ້າຍນີ້ ເຊິ່ງເຈົ້າຫນ້າທີ່ເພິ່ນບອກວ່າ: ນີ້ແມ່ນການທົດລອງ
 ໃຊ້ເພື່ອປະເມີນຜົນວ່າດີຢ່າງໃດ? ເພາະບໍ່ຢາກໃຫ້ລົດແອອັດຫລາຍເກີນໄປ ໃນເວລາລໍຖ້າໄຟ
 ອຳນາດ… ຍ້ອນວ່າທົດລອງ ເພິ່ນຈຶ່ງໃຊ້ຄຳວ່າ: “ຕ້ອງລະວັງ” ເພື່ອໃຫ້ຜູ້ຂັບລົດຕ້ອງເບິ່ງກ່ອນວ່າ
 ໃນເວລາລ້ຽວນັ້ນ ມີລົດຫລືບໍ່? ຖ້າລ້ຽວຈະປອດໄພຫລືບໍ່? ແນ່ນອນການທົດລອງຕ້ອງໃຊ້ເວລາ
 ຫາກເຫັນວ່າມັນມີປະສິດທິຜົນ ເພິ່ນຈຶ່ງເຮັດປ້າຍຢ່າງເປັນທາງການ.
 
 ແຕ່ສັງເກດເຫັນວ່າ ມີປ້າຍນີ້ສະດວກຫລາຍຢ່າງ ລົດກໍບໍ່ຄ່ອຍຕິດຄືເມື່ອກ່ອນ… ສຳຄັນລະແມ່ນ
 ສະຕິຂອງຜູ້ຂັບລົດ ຕ້ອງໄດ້ລະວັງ ຫາກບໍ່ແມ່ນພວດພາດລ້ຽວໄປໂລດ ອາດເກີດອຸປະຕິເຫດໄດ້ນໍ?
 ສັງລວມເບິ່ງແລ້ວ ການສັນຈອນໄປມາ ໂດຍສະເພາະການໃຊ້ລົດໃຊ້ຖະໜົນນີ້ ອັນດັບທຳອິດ
 ຕ້ອງເວົ້າເຖິງ ສະຕິລະວັງຕົວດີທີ່ສຸດ ນອກຈາກການ ປະຕິບັດລະບຽບວິໄນຢ່າງເຄັ່ງຄັດແລ້ວ
 ເພາະຕ້ອງຍອມຮັບວ່າ ຍັງມີຫລາຍຄົນມັກລະເມີດວິໄນ ເຮົາລະວັງບໍ່ຕຳຫມູ່ ແຕ່ຫມູ່ພັດເສືອກ
 ມາຕຳເຮົາ.ສ່ວນເນື້ອໃນ ຈ.ມ ເພື່ອນມີດັ່ງນີ້:
 ສະບາຍດີທ່ານແນວລາວທີ່ຮັກແພງ ແລະ ນັບຖື ຂ້າພະເຈົ້າກໍເປັນຄົນຫນຶ່ງທີ່ຕິດຕາມອ່ານຄໍລຳນາໆ
 ສາລະຂອງທ່ານມາໂດຍຕະຫລອດ ແລະ ກໍຂໍຊົມເຊີຍທ່ານທີ່ສ່ອງແສງໃຫ້ເຫັນບັນຫາຕ່າງໆໃນສັງຄົມ
 ເພື່ອຊ່ວຍກັນແກ້ໄຂ ຂ້າພະເຈົ້າຂຽນຈົດຫມາຍມານີ້ ເພື່ອແລກປ່ຽນຂໍ້ຄິດນຳກັນ ເຖິງເລື່ອງປ້າຍ ທີ່ໃຊ້
 ໄວ້ບອກວ່າ: “ລ້ຽວຂວາໄດ້ ຕ້ອງລະວັງ” ທີ່ເຮົາປະກົດເຫັນຕາມຫລາຍເສັ້ນທາງໃນນະຄອນຫລວງ
 ມີມື້ຫນຶ່ງ ຂ້າພະເຈົ້າໄປແລ່ນຫລິ້ນເສັ້ນທາງປະຕູໄຊ ທາງຫນ້າໂຮງແຮມດອກໄມ້ແດງ ເຫັນລົດໃຫຍ່
 ພາກັນບີບແກເປບໆໆຢູ່ ເປັນຕາຫນ້າລຳຄານ ພໍດີຂ້າພະເຈົ້າຍ່າງກາຍໄປເຫັນ ແມ່ນເຂົາເຈົ້າບີບແກ
 ໃສ່ຄົນຕ່າງປະເທດ ທີ່ກຳລັງຈອດລົດຖີບ ລໍໄຟຂຽວກຽມລ້ຽວຂວາ ເຊິ່ງເຂົາເຈົ້າບໍ່ເຂົ້າໃຈວ່າສາມາດ
 ລ້ຽວຂວາໄດ້ ແຕ່ຕ້ອງລະມັດລະວັງ ເພາະເຂົາເຈົ້າອ່ານພາສາລາວບໍ່ໄດ້ ຝ່າຍຄົນລາວ ຜູ້ຟ້າວວຽກ
 ແດ່ກະທັງບີບແກ ຫລືຈັກຊິດ່າກໍມີ ແຕ່ຄົນຕ່າງປະເທດເຂົາເຈົ້າກໍຍັງລົມກັນເສີຍ ຍ່າງໄປຟັງໆເບິ່ງໃກ້ໆ
 ແມ່ນເຂົາເວົ້າໃຫ້ຄົນລາວວ່າ: ບໍ່ມີມາລະຍາດ ລະບາດນີ້ເຮົາຊິໄປໂທດໃຜດີຫລະ? ໂທດຄົນລາວ
 ຫລືໂທດຄົນຕ່າງປະເທດ?
 ບັນຫານີ້ຄວນສັງເກດ ແລະ ແກ້ໄຂນຳກັນນໍ ຂ້າພະເຈົ້າວ່າ ເພື່ອໃຫ້ນະຄອນຫລວງວຽງຈັນຂອງເຮົາ
 ເຕັມໄປດ້ວຍໃບຫນ້າທີ່ຫນ້າຍົກຍ້ອງ ແລະ ເປັນທີ່ຫນ້າຊື່ນຊົມຂອງແຂກຕ່າງປະເທດ ທີ່ມາທ່ຽວຊົມ
 ບ້ານເຮົາ ໃນງານສະເຫລີມສະຫລອງວັນວຽງຈັນ ເປັນນະຄອນຫລວງ 450 ປີ ທີ່ໃກ້ຈະມາຮອດນີ້.
 ຂໍຂອບໃຈ ທ້າວເຜິ້ງ


__________________

ຢ່າລືມໃຫ້ຄວາມເຫັນນໍາແດ່ເດີ່ ອ່ານແລ້ວລະນ່າ..

Do not forget to give us a comment!

Anonymous

Date:
Permalink   


cheap gucci shoes,
gucci outlet,
ghd hair straighteners,
Cheap Ghd Straighteners,


__________________
Page 1 of 1  sorted by
 
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard