lao student association in France

Members Login
Username 
 
Password 
    Remember Me  
Post Info TOPIC: ເສດຖະກິດລາວຂະຫຍາຍຕົວຊ້າ


Member

Status: Offline
Posts: 5
Date:
ເສດຖະກິດລາວຂະຫຍາຍຕົວຊ້າ
Permalink   


ທ່ານນາຍົກລັດຖະມົນຕີກ່າວ. ຈາກສະພາບການດັ່ງ ກ່າວນັ້ນ ທ່ານນາຍົກລັດຖະມົນຕີໄດ້ສະເຫນີທິດທາງລວມ ເຊິ່ງຍາມໃດພັກ-ລັດກໍ່ໄດ້ຍຶດຫມັ້ນ ໃນທັດສະນະ ແລະ ທິດທາງດັ່ງກ່າວຄື:
1. ຕ້ອງຍຶດຫມັ້ນຈຸດຫມາຍປາຍທາງຂອງການປະຕິບັດ ແລະ ສຶບຕໍ່ພາລະກິດປ່ຽນແປງ ຢ່າງຮອບດ້ານ ຕາມແນວທາງຂອງພັກຢ່າງບໍ່ປ່ຽນແປງ.
2. ຕ້ອງເອົາໃຈໃສ່ເພີ່ມທະວີຮັດແຫ້ນນຄວາມສາມັກຄີຂອງປວງຊົນລາວທັງຊາດພາຍໃຕ້ ການນຳພາຂອງພັກ.
3. ຮັບປະກັນຄວາມມີສະຖຽນລະພາບທາງການເມືອງ ແລະຄວາມສະຫງົບຫມັ້ນຄົງຂອງ ປະເທດຊາດ ເພື່ອອຳນວຍເງື່ອນໄຂໃຫ້ແກ່ການພັດທະນາ ແລະ ດຳລົງຊີວິດອັນສະຫງົບສຸກ ຂອງປະຊາຊົນ.
4. ຊຸກຍູ້ການເຕີບໂຕທາງດ້ານເສດຖະກິດແລະສັງຄົມໃຫ້ມີການຂະຫຍາຍຕົວໃນຈັງຫວະ ທີ່ໄວຂື້ນ ທັງຫມັ້ນທ່ຽງ ແລະ ຖືກທິດ; ຮັບປະກັນໃຫ້ບັນລຸຄາດຫມາຍດ້ານມະຫາພາກທີ່ວາງ ໄວ້ຄືການເຕີບໂຕບັນລຸໄດ້ 8%, ລາຍຮັບງົບປະມານ 14% ຂອງມູນຄ່າລວມຍອດຜະລິດຕະ ພັນພາຍໃນ (GDP), ເງິນເຟີ້ 6%, ຄວບຄຸມລາຄາສິນຄ້າ ແລະອັດຕາແລກປ່ຽນໃຫ້ມີຄວາມ ສະຫງົບເວົ້າລວມ ແມ່ນຮັກສາຄວາມມີສະຖຽນລະພາບທາງດ້ານເສດຖະກິດບໍ່ໃຫ້ເກີດຄວາມ ວຸ້ນວາຍປັ່ນປ່ວນ.
5. ປັບປຸງບູລະນະ ວຽກງານບໍລິຫານລັດໃຫ້ມີປະສິດທິພາບ ເພື່ອອຳນວຍໃຫ້ແກ່ການພັດ ທະນາ.
6. ສຶບຕໍ່ແນວທາງການຕ່າງປະເທດຂອງພັກ ແນໃສ່ເຮັດໃຫ້ມີສັນຕິພາບ ແລະການຮ່ວມ ມືພັດທະນາ ເພື່ອອຳນວຍເງື່ອນໄຂໃຫ້ແກ່ພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດ.

ຈາກໜັງສືພົມ ເສດຖະກິດ ສັງຄົມ ວັນທີ 17.6.2008


__________________

Lao Economic Development Forum



Member

Status: Offline
Posts: 5
Date:
Permalink   

please read more from here http://www.laobb.com/laoecon/viewtopic.php?f=3&t=15

__________________

Lao Economic Development Forum



Senior Member

Status: Offline
Posts: 111
Date:
Permalink   

ຖາມດ້ວຍການເປັນສ່ວນຕົວເດີ່, ທ່ານເຊື່ອແທ້ວ່າ ອັນທີ່ວ່າ GDP ລາວຂະຫຍາຍຕົວ, ໃນຄວາມເປັນຈິງ ຍັງສັງເກດເຫັນວ່າ ຄົນທີ່ເຄີຍທຸກແບບໃດ! ກໍ່ຍັງເປັນແບບເກົ່າຢູ່.... ສ່ວນຕົວເຊື່ອວ່າມັນບໍ່ແມ່ນຕີ່....

__________________

ຢ່າລືມໃຫ້ຄວາມເຫັນນໍາແດ່ເດີ່ ອ່ານແລ້ວລະນ່າ..

Do not forget to give us a comment!



Member

Status: Offline
Posts: 5
Date:
Permalink   

ສະບາຍດີ ທ່ານຈິນ ຈາກຄຳຖາມຂອງທ່ານຖາມມານ້ັນ ສະແດງວ່າທ່ານບໍ່ໄດ້ຮຽນ ເສດຖະສາດແມ່ນບໍ່ ຖ້າວ່າໄດ້ຮຽນແມ່ນຂໍໂທດ. ເພາະວ່າມັນເປັນຄຳຖາມ ທີ່ຄົນສ່ວນໃຫຍ່ຄິດບໍ່ຮອດປານໃດ ຄຳວ່າ GDP ໝາຍ ຄວາມວ່າແນວໃດນັ້ນຈະບໍ່ອະທິບາຍອີກ ແຕ່ຂໍຕອບຄຳຖາມຂອງທ່ານຕົ່ງໆ ເລີຍ ນັ້ນກໍ່ຄື: ການທີ່ GDP ຂະຫຍາຍຕົວໃນແຕ່ລະປີ 6-7% ນັ້ນ ສະແດງວ່າປະເທດມີການຜະລິດເພີ່ມຂຶ້ນ ເທົ່ານັ້ນເປີເຊັນແທ້ໆ ແຕ່ໃນ GDP ນັ້ນມັນບໍ່ໄດ້ບອກວ່່າ ຄົນລາວເປັນຜູ້ຜະລິດເພີ່ມຂຶ້ນ ຫຼືວ່ານັກລົງທຶນຈາກຕ່າງປະເທດ ເປັນຜູ້ຜະລິດ. (GDP=Domestic Investors + Foreign Investors). ແລະ ໃນ GDP ເອງກໍ່ບໍ່ໄດ້ບອກວ່າ ປຊຊ ຊາວກະສິກອນ ພໍຄ້າແມ່ຄ້າ ບໍລິສັດ ແລະໂຮງງານໃດເປັນຜູ້ຜຜະລິດເພີ່ມ. ສະນັ້ນ ໝາຍຄວາມວ່າ ການທີ່ GDP ຂະຫຍາຍຕົວເພີ່ມຂຶ້ນນັ້ນ ບໍ່ໄດ້ໝາຍຄວາມວ່າ ປະຊາຊົນທຸກຄົນຈະມີລາຍໄດ້ເພີ່ມຂຶ້ນ ເທົ່າກັນ ທຸກຄົນ. ອາດມີແຕ່ຈຳພວກໜ້ອຍ ແລະນັກລົງທຶນຕ່າງປະເທດໄດ້ປະໂຫຍດຈາກສ່ວນນັ້ນ. ແຕ່ມັນເປັນ ສັ້ນຍານພຽງວ່າ ປະເທດມີການພັດທະນາ ແລະເສດຖະກິດມີການຜະລິດ ການບໍລິໂພກ ແລະ ການລົງທຶນຢ່າງຕໍ່ເນື່ອງເທົ່ານັ້ນ. ສ່ວນຕູ້ສີຕູ້ສາທີ່ບໍ່ໄດ້ມີສ່ວນກ່ຽວຂ້ອງກັບຜົນຜະລິດມວນລວມພາຍໃນ ປະເທດແລ້ວ ກໍ່ຍັງມີຄວາມທຸກຈົນຄືເກົ່າ ນັ້ນລະທ່ານເອີຍ. ຂອບໃຈສຳຫລັບຄຳຖາມ.

ມີສະມາຊິກທ່ານໃດ ຮຽນເສດຖະສາດບໍ່ຢູ່ຝລັ່ງນີ້ ຖ້າມີເຊີນຮ່ວມກັນອອກຄວາມຄິດເຫັນແດ່ເດີທີ່ http://www.laobb.com/laoecon




__________________

Lao Economic Development Forum



Senior Member

Status: Offline
Posts: 111
Date:
Permalink   

ສະແດງວ່າ ຖ້າ GDP ເພີ້ມຂຶ້ນ ກໍ່ບໍ່ໝາຍຄວາມວ່າ ຊິວິດການເປັນຢູ່ຂອງປະຊາຊົນດີຂື້ນ ຕາມທ່ານເວົ້າມາ!.
ແຕ່ GDP ແມ່ນ ລາຍຮັບ\ຫົວຄົນ\ຕໍ່ປີ, ຖ້າ GDP ເພີ້ມກໍ່ແປວ່າປະຊົນມີລາຍຮັບເພີ້ມ ແຕ່ຖ້າ GDP ເພີ້ມ(ໃນຄວາມເປັນຈິງ) ມັນກໍ່ຕ້ອງດີແມ່ນບໍ່, ເບິ່ງຄວາມເປັນຈິງບ້ານເຮົາແລ້ວ ເງິນເດືອນຄູຼອາດຈິບໍ່ຮອດລ້ານກີບ(ຖ້າບໍ່ສອນເພີ້ມ), ເງີນເດຶອນພະນັກງານ(ທີ່ບໍ່ຫາເງິນພິເສດຈາກໂຄງການ)ກໍ່ຍັງບໍ່ສູງ, ແມ່ນບໍ່?
GDP ແຫ່ງຊາດ ແຕ່ທ່ານພັດວ່າ ສໍາຫຼວດແຕ່ຄົນທີ່ມີເງິນ ກັບນັກລົງທຶນ, ຄວາມເວົ້ານີ້ຄືບໍ່ຢາກຄັກປານໃດນໍ່?
GDP ລາວ 2500 http://cchinaelf.free.fr/info.laos.htm ຄຶດວ່າຄືສິບໍ່ຖືກກັບຄວາມເປັນຈິງຂອງ ປປຊ ປານໃດ.

ຂ້າພະເຈົ້າບໍ່ໄດ້ຮຽນເສດຖະກິດດອກ ຄວາມຮູ້ບໍ່ເຖິງຮ່າໆໆໆໆ

-- Edited by chin at 12:07, 2008-06-20

__________________

ຢ່າລືມໃຫ້ຄວາມເຫັນນໍາແດ່ເດີ່ ອ່ານແລ້ວລະນ່າ..

Do not forget to give us a comment!



Member

Status: Offline
Posts: 18
Date:
Permalink   

this topic is interesting nor

__________________


Member

Status: Offline
Posts: 18
Date:
Permalink   

PIB ne tient compte pas les inégalités des revenus, c'est tout ce que j'ai à dire

désolée je ne peux pas écrire en lao

__________________


Member

Status: Offline
Posts: 5
Date:
Permalink   

ຂອບໃຈ ທ່ານ ຈິນ ທີ່ພະຍາຍາມຕັ້ງຄຳຖາມ ເພື່ອສົນທະນາກັນ. ທ່ານເຂົ້າໃຈຜິດໜ້ອຍໜຶ່ງແລ້ວ ຄຳວ່າ GDP ແມ່ນການຜະລິດຂອງຄົນລາວ ແລະຄົນຕ່າງປະເທດ ທີ່ເກີດຂຶ້ນຢູ່ພາຍໃນ ປະເທດລາວ ໃນໄລຍະ 1 ປີ ທີ່ຜ່ານມາ. ສະນັ້ນການເພີ່ມຂຶ້ນຂອງ GDP ນັ້ນແມ່ນການເພີ່ມຂຶ້ນ ຂອງຂະແໜງທີ່ມີນັກລົງທຶນຕ່າງຊາດ ໃນຮູບຂອງບໍລິສັດ ເປັນສ່ວນໃຫຍ່.

ອີງຕາມລາຍງານຂ່າວຂອງທ່ານນາຍົກ ໃນປີ 2007 ລາຍໄດ້ຕໍ່ຫົວຂອງຄົນລາວແມ່ນ 600 ໂດລາ. ແຕ່ໃນຄວາມເປັນຈິ່ງແລ້ວ ມັນບໍ່ໄດ້ ຫ້າລ້ານ ຫົກລ້ານໝົດທຸກຄົນ. ດັ່ງທີ່ທ່ານໄດ້ເວົ້າໄປແລ້ວນັ້ນ ພະນັກງານ ຄູ່ອາຈານລັດແມ່ນໄດ້ເງິນເດືອນບໍ່ຮອດລ້ານຊ້ຳ.

ສ່ວນການລາຍງານ GDP ຕໍ່ປະຊາກອນ 2.124 ໂດລາສະຫະລັດ (ອັນດັບທີ່ 138) ນັ້ນມັນ ເປັນ ການວັດຄວາມເທົ່າທຽມກັນຂອງອຳນາດຊື້.

ສະຫຼຸບ ລວມແລ້ວ ການຂະຫຍາຍຕົວເສດຖະກິດ ມັນບໍ່ໄດ້ບົ້ງບອກວ່າ ປະຊາຊົນ ໃນປະເທດນັ້ນ ຈະມີຄວາມເທົ່າທຽມກັນເພີ່ມຂຶ້ນ ຫລືບໍ່.



__________________

Lao Economic Development Forum

Page 1 of 1  sorted by
 
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard