ສະມາຄົມນັກຮຽນ
Lao Economic Development Forum
ຢ່າລືມໃຫ້ຄວາມເຫັນນໍາແດ່ເດີ່ ອ່ານແລ້ວລະນ່າ..
Do not forget to give us a comment!
ສະບາຍດີ ທ່ານຈິນ ຈາກຄຳຖາມຂອງທ່ານຖາມມານ້ັນ ສະແດງວ່າທ່ານບໍ່ໄດ້ຮຽນ ເສດຖະສາດແມ່ນບໍ່ ຖ້າວ່າໄດ້ຮຽນແມ່ນຂໍໂທດ. ເພາະວ່າມັນເປັນຄຳຖາມ ທີ່ຄົນສ່ວນໃຫຍ່ຄິດບໍ່ຮອດປານໃດ ຄຳວ່າ GDP ໝາຍ ຄວາມວ່າແນວໃດນັ້ນຈະບໍ່ອະທິບາຍອີກ ແຕ່ຂໍຕອບຄຳຖາມຂອງທ່ານຕົ່ງໆ ເລີຍ ນັ້ນກໍ່ຄື: ການທີ່ GDP ຂະຫຍາຍຕົວໃນແຕ່ລະປີ 6-7% ນັ້ນ ສະແດງວ່າປະເທດມີການຜະລິດເພີ່ມຂຶ້ນ ເທົ່ານັ້ນເປີເຊັນແທ້ໆ ແຕ່ໃນ GDP ນັ້ນມັນບໍ່ໄດ້ບອກວ່່າ ຄົນລາວເປັນຜູ້ຜະລິດເພີ່ມຂຶ້ນ ຫຼືວ່ານັກລົງທຶນຈາກຕ່າງປະເທດ ເປັນຜູ້ຜະລິດ. (GDP=Domestic Investors + Foreign Investors). ແລະ ໃນ GDP ເອງກໍ່ບໍ່ໄດ້ບອກວ່າ ປຊຊ ຊາວກະສິກອນ ພໍຄ້າແມ່ຄ້າ ບໍລິສັດ ແລະໂຮງງານໃດເປັນຜູ້ຜຜະລິດເພີ່ມ. ສະນັ້ນ ໝາຍຄວາມວ່າ ການທີ່ GDP ຂະຫຍາຍຕົວເພີ່ມຂຶ້ນນັ້ນ ບໍ່ໄດ້ໝາຍຄວາມວ່າ ປະຊາຊົນທຸກຄົນຈະມີລາຍໄດ້ເພີ່ມຂຶ້ນ ເທົ່າກັນ ທຸກຄົນ. ອາດມີແຕ່ຈຳພວກໜ້ອຍ ແລະນັກລົງທຶນຕ່າງປະເທດໄດ້ປະໂຫຍດຈາກສ່ວນນັ້ນ. ແຕ່ມັນເປັນ ສັ້ນຍານພຽງວ່າ ປະເທດມີການພັດທະນາ ແລະເສດຖະກິດມີການຜະລິດ ການບໍລິໂພກ ແລະ ການລົງທຶນຢ່າງຕໍ່ເນື່ອງເທົ່ານັ້ນ. ສ່ວນຕູ້ສີຕູ້ສາທີ່ບໍ່ໄດ້ມີສ່ວນກ່ຽວຂ້ອງກັບຜົນຜະລິດມວນລວມພາຍໃນ ປະເທດແລ້ວ ກໍ່ຍັງມີຄວາມທຸກຈົນຄືເກົ່າ ນັ້ນລະທ່ານເອີຍ. ຂອບໃຈສຳຫລັບຄຳຖາມ.ມີສະມາຊິກທ່ານໃດ ຮຽນເສດຖະສາດບໍ່ຢູ່ຝລັ່ງນີ້ ຖ້າມີເຊີນຮ່ວມກັນອອກຄວາມຄິດເຫັນແດ່ເດີທີ່ http://www.laobb.com/laoecon
ຂອບໃຈ ທ່ານ ຈິນ ທີ່ພະຍາຍາມຕັ້ງຄຳຖາມ ເພື່ອສົນທະນາກັນ. ທ່ານເຂົ້າໃຈຜິດໜ້ອຍໜຶ່ງແລ້ວ ຄຳວ່າ GDP ແມ່ນການຜະລິດຂອງຄົນລາວ ແລະຄົນຕ່າງປະເທດ ທີ່ເກີດຂຶ້ນຢູ່ພາຍໃນ ປະເທດລາວ ໃນໄລຍະ 1 ປີ ທີ່ຜ່ານມາ. ສະນັ້ນການເພີ່ມຂຶ້ນຂອງ GDP ນັ້ນແມ່ນການເພີ່ມຂຶ້ນ ຂອງຂະແໜງທີ່ມີນັກລົງທຶນຕ່າງຊາດ ໃນຮູບຂອງບໍລິສັດ ເປັນສ່ວນໃຫຍ່.ອີງຕາມລາຍງານຂ່າວຂອງທ່ານນາຍົກ ໃນປີ 2007 ລາຍໄດ້ຕໍ່ຫົວຂອງຄົນລາວແມ່ນ 600 ໂດລາ. ແຕ່ໃນຄວາມເປັນຈິ່ງແລ້ວ ມັນບໍ່ໄດ້ ຫ້າລ້ານ ຫົກລ້ານໝົດທຸກຄົນ. ດັ່ງທີ່ທ່ານໄດ້ເວົ້າໄປແລ້ວນັ້ນ ພະນັກງານ ຄູ່ອາຈານລັດແມ່ນໄດ້ເງິນເດືອນບໍ່ຮອດລ້ານຊ້ຳ.ສ່ວນການລາຍງານ GDP ຕໍ່ປະຊາກອນ 2.124 ໂດລາສະຫະລັດ (ອັນດັບທີ່ 138) ນັ້ນມັນ ເປັນ ການວັດຄວາມເທົ່າທຽມກັນຂອງອຳນາດຊື້.ສະຫຼຸບ ລວມແລ້ວ ການຂະຫຍາຍຕົວເສດຖະກິດ ມັນບໍ່ໄດ້ບົ້ງບອກວ່າ ປະຊາຊົນ ໃນປະເທດນັ້ນ ຈະມີຄວາມເທົ່າທຽມກັນເພີ່ມຂຶ້ນ ຫລືບໍ່.