lao student association in France
Members Login
Username
Password
Login
Remember Me
New Member
Lost Account Info?
laosAELF.vze.com
ສະມາຄົມນັກຮຽນ
ບົດສົນທະນາໜ້າທໍາອິດ
ລາຍຊື່ສະມາຊິກ
ຄົ້ນຫາ
Search
Advanced Search
ລາຍລະອຽດຂອງສະມາຊິກ
ປະຕິທິນ
lao student association in France
->
Society News
->
ຢີປຸ່ນບໍ່ລິຈາກປາກະປອງ
Start A New Topic
Reply
Post Info
TOPIC: ຢີປຸ່ນບໍ່ລິຈາກປາກະປອງ
chin
Senior Member
Status: Offline
Posts: 111
Date:
Jan 14, 2008
ຢີປຸ່ນບໍ່ລິຈາກປາກະປອງ
Permalink
Reply
Quote
ການມອບຮັບປາກະປ໋ອງຈຳນວນ 241 ໂຕນ ແມ່ນການສືບຕໍ່ໃຫ້ການຊ່ວຍເຫລືອຂອງລັດຖະບານຍີ່ປຸ່ນ
ຕໍ່ໂຄງການອາຫານເສີມ ນັບແຕ່ເລີ່ມໂຄງການມາແຕ່ປີ 2002-2006 ປະເທດຍີ່ປຸ່ນໄດ້ໃຫ້ການຊ່ວຍເປັນຈຳນວນເງິນຫລາຍ
ກ່ວາ 2 ລ້ານກ່ວາໂດລາສະຫະລັດ ແລະ ໃນປີ 2007 ນີ້ໂຄງການດັ່ງກ່າວຍັງໄດ້ຮັບການຊ່ວຍເຫລືອ
ເປັນເຂົ້າ1.800 ກ່ວາໂຕນ ຕົກເປັນມູນຄ່າ 1 ລ້ານກ່ວາໂດລາສະຫະລັດ ປະເທດຍີ່ປຸ່ນແມ່ນຫນຶ່ງໃນ
ບັນດາຜູ້ໃຫ້ທຶນທີ່ສຳຄັນທີ່ສຸດ ຂອງອົງການອາຫານໂລກໃນທົ່ວໂລກ ໃນປີ 2006 ທີ່ຜ່ານມາ ປະເທດ
ຍີ່ປຸ່ນໄດ້ໃຫ້ການຊ່ວຍເຫລືອເຖິງ 71 ລ້ານໂດລາສະຫະລັດ ນອກຈາກໂຄງການອາຫານເສີມ ອົງການ
ອາຫານໂລກ ດຳເນີນໂຄງການຄ້ຳປະກັນສະບຽງອາຫານຢູ່ໃນ 15 ແຂວງຂອງ ສປປລາວ ແລະ
ໃນປີດຽວກັນ ອົງການອາຫານໂລກ ໄດ້ແຈກຢາຍອາຫານ 8.000 ກ່ວາໂຕນ ໃຫ້ກັບແຮງງານຊາຍ-ຍິງ ແລະ ເດັກນ້ອຍໃນ ສປປ ລາວ ເຖິງ 510.000 ຄົນ.
ປາກະປ໋ອງທີ່ນຳມາມອບໃນຄັ້ງນີ້ ຈຳນວນ 241 ໂຕນ ເປັນມູນຄ່າ 700.000 ໂດລາ USA
ໂດຍຜ່ານທາງອົງການອາຫານໂລກ ເພື່ອນຳເຂົ້າໃນໂຄງການອາຫານເສີມ ແລະ ນຳໄປແຈກຢາຍ
ໃຫ້ເດັກນ້ອຍນັກຮຽນ ແລະ ຄອບຄົວຂອງພວກເຂົາເຈົ້າ ເພື່ອສົ່ງເສີມການເຂົ້າໂຮງຮຽນ ແລະ ມາຮຽນ ຢ່າງເປັນປົກກະຕິຂອງເດັກ ເຊິ່ງສາມາດຕອບສະຫນອງໄດ້ປະມານ 270.000 ຄົນ ໃນໂຮງຮຽນປະຖົມ
1.000 ແຫ່ງ ໃນເຂດຫ່າງໄກສອກຫລີກ ໂດຍສະເພາະໃນ 3 ແຂວງພາກເຫນືອ ເຊັ່ນ: ຜົ້ງສາລີ,
ຫລວງນ້ຳທາ ແລະ ແຂວງອຸດົມໄຊ. ເປັນກຽດມອບຮັບໃນຄັ້ງນີ້ ຝ່າຍລາວແມ່ນທ່ານ ລີຕູ້ ບົວປາວ ລັດຖະມົນຕີຊ່ວຍວ່າການກະຊວງ
ສຶກສາທິການເປັນຜູ້ຮັບ ຜູ້ມອບແມ່ນທ່ານ ມາຊາກິ ມິຢາຊິຕະ ເອກອັກຄະລາຊະທູດຍີ່ປຸ່ນ ປະຈຳ
ສປປ ລາວ ໂດຍຊ້ອງຫນ້າທ່ານນາງ ເອລີສະເບດ ຟໍເຣີ ຮອງອຳນວຍການຂອງອົງການອາຫານໂລກ
ພ້ອມດ້ວຍເຈົ້າຫນ້າທີ່ກ່ຽວຂ້ອງເຂົ້າຮ່ວມ.
ຄັດມາຈາກ ໜັງສືພີມວຽງຈັນໃໝ່
ທ່ານສາມາດຕິດຕາມຂ່າວຈາກໜັງສືພິມໄດ້ຈາກ
www.vientianemai.net
__________________
ຢ່າລືມໃຫ້ຄວາມເຫັນນໍາແດ່ເດີ່ ອ່ານແລ້ວລະນ່າ..
Do not forget to give us a comment!
Page 1 of 1
sorted by
Oldest First
Newest First
Quick Reply
Please log in to post quick replies.
lao student association in France
->
Society News
->
ຢີປຸ່ນບໍ່ລິຈາກປາກະປອງ
Subscribe
Jump To:
--- AELF news ---
Nouvel des étudiants
Society News
--- Cooking ---
FOOD
Drinking
--- Poeme and Joke ---
Lover
Natural
Jok
--- Album des photos ---
Photo d'etudiant
--- IT technologie ---
Prog.to download
--- Curriculum vetea des étudiants ---
CV de la géneration 4
CV de la génération 1
CV de la génération 5
CV de la génération 3
CV de la génération 2
--- Pub ---
le pub
Create your own FREE Forum
Report Abuse