lao student association in France

Members Login
Username 
 
Password 
    Remember Me  
Post Info TOPIC: ປຊຊ ບ້ານດອນນົກຂຸ້ມສ້ອມແປງທາງ


Senior Member

Status: Offline
Posts: 111
Date:
ປຊຊ ບ້ານດອນນົກຂຸ້ມສ້ອມແປງທາງ
Permalink   




ເພື່ອແນໃສ່ຕອບສະຫນອງ ແລະ ຮັບປະກັນໃຫ້ແກ່ວຽກງານການຄົມມະນາຄົມຂົນສົ່ງ ແລະ ບໍລິການ
ຢູ່ໃນຂອບເຂດເທດສະບານ ບ້ານດອນນົກຂຸ້ມ ໄດ້ມີຄວາມສະດວກວ່ອງໄວ ຮັບປະກັນໄດ້ຄວາມ
ປອດໄພ ຂອງຜູ້ໃຊ້ລົດໃຊ້ຖະຫນົນໃນແຕ່ລະວັນນັ້ນ ເມື່ອວັນເສົາ ແລະ ອາທິດທີ 22-23 ທັນວາ ຢູ່ທີ່ບ້ານດອນນົກຂຸ້ມ ເມືອງສີສັດຕະນາກນະຄອນຫລວງວຽງຈັນ ທາງອຳນາດການປົກຄອງບ້ານ
ຈຶ່ງໄດ້ເຕົ້າໂຮມພໍ່ແມ່ປະຊາຊົນ ເພື່ອອອກແຮງສ້ອມແປງບູລະນະ ເສັ້ນທາງດິນແດງທີ່ເປັນຂຸມ ເປັນໂນນຄືນໃຫມ່ ໂດຍພາຍໃຕ້ການນຳພາຂອງນາຍບ້ານດອນນົກຂຸ້ມ.
ການສ້ອມແປງເສັ້ນທາງໃນຂອບເຂດບ້ານດອນນົກຂຸ້ມໃນຄັ້ງນີ້ ມີທັງຫມົດ 2 ເສັ້ນ ຄື: ເສັ້ນທີ 1 ແມ່ນ ເລີ່ມແຕ່ 3 ແຍກໂຮງຮຽນກົດຫມາຍໄປຫາຄຸ້ມເຫນືອ ມີຄວາມຍາວທັງຫມົດ 300 ກ່ວາແມັດ ໂດຍໃຊ້ ງົບປະມານໃນການສ້ອມແປງ 6 ລ້ານກ່ວາກີບ ສ່ວນອີກເສັ້ນຫນຶ່ງແມ່ນເລີ່ມຈາກຈຸດເດີມໄປຫາ
ວັດດອນນົກຂຸ້ມ ເຊິ່ງເປັນຄຸ້ມໄຕ້ ໃນໄລຍະທາງປະມານ 400 ແມັດ ໂດຍໃຊ້ງົບປະມານການ
ສ້ອມແປງທັງຫມົດ 4.600.000 ກີບ.

ຄັດມາຈາກ ໜັງສືພີມວຽງຈັນໃໝ່
ທ່ານສາມາດຕິດຕາມຂ່າວຈາກໜັງສືພິມໄດ້ຈາກ www.vientianemai.net



-- Edited by chinaelf at 22:15, 2008-01-14

-- Edited by chinaelf at 23:42, 2008-01-14

-- Edited by chinaelf at 10:55, 2008-03-30

__________________

ຢ່າລືມໃຫ້ຄວາມເຫັນນໍາແດ່ເດີ່ ອ່ານແລ້ວລະນ່າ..

Do not forget to give us a comment!

Page 1 of 1  sorted by
 
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard