lao student association in France

Members Login
Username 
 
Password 
    Remember Me  
Post Info TOPIC: ຂ້ອຍຮັກເຈົ້າ


Senior Member

Status: Offline
Posts: 111
Date:
ຂ້ອຍຮັກເຈົ້າ
Permalink   


ຊີວິດຈົນຕ່ຳຕ້ອຍ......................ຄອຍແຫງນເບິ່ງເທິງຝັນ
ອັສຈັນຄວາມສວຍງາມ................ຢາກໄຕ່ຖາມກໍເກງໄວ້
ເບິ່ງໄກໆທັງຫຼົບຫນ້າ...................ຍາມສາຍຕາເຂົາກວາດຜ່ານ
ນີ້ຄືສິທຂອງຄົນຈົນ.......ທົນກັ້ນກືນຂື່ນລີ້ນ.........ບີນໄດ້ໄຕ່ບໍ່ຄື

ຕ່າງເຫັນກັນເກືອບທຸກມື້................ເລີຍຮູ້ຊື່ ສຸມິຕາ
ນັກສຶກສາສາຍສັງຄົມ...................ບໍ່ຄ່ອຍລົມຈາເວົ້າ
ສຸບັນເຂົາເປັນຄົນດ້ອຍ...................ພໍໄດ້ຫຼອຍເຫຼືອບເບິ່ງ
ຮູ້ດີເອື້ອມບໍ່ເຖິງ......ຮູ້ແຕ່ເຫິງຖານະຂັ້ນ.....ຄົນລະຊັ້ນຈຶ່ງໄດ້ຈຽມ

ສັງຄົມຄົນຊ່າງໂຫດຫ້ຽມ..............ຄວາມທຽມເທົ່າເຂົາກຳນົດ
ນີ້ແມ່ນກົດຂອງຄົນມີ...................ແຍກຜູ້ດີຜູ້ຈົນໄດ້
ສ່ວນນິສັຍນາງນັ້ນ....................ເປັນກັນເອງບໍ່ຂີ້ອົ່ງ
ຍາມທັກທາຍຍິ້ມສົ່ງ.......ຕົກລົງຂໍຊ່ອຍເພີ້ມ....ເສີມຕິວໃຫ້ໄດ້ຄະແນນ

ຄວາມລຶ້ງເຄີຍແຫນ້ນແຟ້ນ............ກາຍເປັນເພື່ອນຄົນສນິດ
ໃກ້ຊິດຖືເປັນກັນເອງ..................ຢ່າງບໍ່ເກງໃຈຢ້ານ
ເຄີຍຮ່ວມງານສຸບັນຄົ້ນ...............ສົນທະນາຫຼາຍໆເຣື່ອງ
ປວັດສາຕການເມືອງ....ບ່ອນໃດເຄືອງເຂົາຊ່ອຍໄດ້...ຕິວໃຫ້ຮອດເຮືອນ

ຄວາມຮູ້ສຶກກໍຄາດເຄື້ອນ.............ຕໍ່ຈາກເພື່ອນເປັນຫຼົງຮັກ
ແຕ່ບໍ່ຈັກທາງສເລີຍ..................ເອີ່ຍໄຂໃຫ້ນາງຮູ້
ຕ້ອງອົດສູທົນກັ້ນ.....................ຍ້ອນຄວາມຈົນບໍ່ກ້າເອີ່ຍ
ນາງລູກເຈົ້າຫຼານນາຍ......ເລີຍສັ່ງໃຈວ່າຕ້ອງຫ້າມ.....ທົນຊ້ຳຢູ່ຜູ້ດຽວ

ໂລກມະນຸສມັນງ່ຽງບ້ຽວ..............ແຕ່ຂ້ອງກ່ຽວທຽວຫາກັນ
ຍ້ອນສຸບັນເປັນເດັກວັດ..............ພັດຮ່າວຫຼົງຫົງຟ້າ
ລູກຊາວນາທັງຈົນໄຮ້................ໄຄອາສັຍແຕ່ຮຽນເກັ່ງ
ຈຶ່ງໄດ້ທຶນມາຂັນແຂ່ງ.......ແຫຼັ່ງສຶກສາພໍຍາດໄດ້.........ເປັນທຶນໃຫ້ຕໍ່ຫວັງ

ອາສັຍວັດເປັນບ່ອນຈັ້ງ.............ນາງບໍ່ກ່ຽງສຽງຄົນຈາ
ທຽວໄປມາບໍ່ເຄີຍຕິ.................ຮິເຣື່ອງມີຫຼືຈົນໄຮ້
ວັນໃດນາງບໍ່ເຫັນຫນ້າ.............ແວະມາຫາຈົນເຖິງທີ່
ມາຖາມໄຖ່ຮອດກຸຕິ......ສັງກະລີຮຸ່ນອ້າຍ......ລະອາຍຫນ້າເພິ່ນຊິຫຍັນ

ຮູ້ວ່າຈົນຈຶ່ງຢ້ານ....................ບໍ່ຫານກ່າວເຣື່ອງຄວາມຮັກ
ລັກໄຝ່ຝັນພຽງຄົນດຽວ............ຫ່ຽວໃຈຈົນທໍ້
ຂໍແຕ່ພຽງໄດ້ເຫັນຫນ້າ............ສຸມິຕາກໍເອີບອີ່ມ
ສອງແກ້ມບ່ອງຍາມເພິ່ນຍິ້ມ.......ຫົວໃຈປື້ມອີ່ມບໍ່ເຊົາ

ມື້ຫນຶ່ງ....ຕອນພັກທ່ຽງກິນເຂົ້າ....ກິນຮ້ານເກົ່າແຄມທາງ
ອີ່ມແລ້ວນາງຜວາລຸກ...............ຍ່າງຂ້າມທາງຄືລາງເອີ້ນ
ບັນຈ່າຍເງິນບໍ່ທັນແລ້ວ.............ແນວເຂົາທອນເງິນຊ້າແນ່
ນາງແມ່ຄ້າປາກແປ..........ເມົາແຕ່ຝອຍບໍ່ຮີບຮ້ອນ....ທອນເງິນຊ້າບໍ່ແມ່ນຍາມ

ເຫຼືອບເບິ່ງທາງນາງຜູ່ຂ້າມ...........ປານຟ້າຫນໍ່າລົງກາງໃຈ
ແນມລອດໄປເຫັນຣົດ................ແລ່ນມັງຟັງສຽງເລັ້ງ
ສຸບັນເລັງເຫັນມາໃກ້..................ຕັດສິນໃຈຟ້າວແລ່ນ
ຮີບແລ່ນໄປຊຸກແຂນ....ສຸມິຕາໃຫ້ຂ້າມມົ້ມ........ສຸບັນລົ້ມຖືກຣົດຕຳ

ເລືອດກະເດັນປານຖອກນ້ຳ............ຣົດຕຳຕື່ມສຽງດັງ
ອະນິຈຈັງຊີວິດ..........................ມໍ່ຊິປິດປົງມ້ວນ
ຫຼາຍໆຄົນມາຫຸ້ມ........................ບາງເປັນລົມລົ້ມທ່າວ
ສຸມິຕາກອດໂຊມເອົາ..........ສຽງແພ່ວເບົາຄີງອຸ່ນຊ້ອຍ.....ພໍຢາກມ້ອຍເມື່ອໄດ້ຍິນ

ລົມຫາຍໃຈກ່ອນຂາດສິ້ນ.............ບອກໃຫ້ປິ່ນມືມາ
ເອົາເລືອດທາຮອຍຫົວໃຈ............ປາກຄ່ອຍໄຂສຽງເວົ້າ
ສຸມິຕາ "ຂ້ອຍຮັກເຈົ້າ"................ສຽງເບົາໆສ້າວໃຈໃຫຍ່
ກ່ອນທີ່ຂ້ອຍຈະຕາຍ.......ຂໍເປີດໃຈວ່າ "ຮັກເຈົ້າ"....ເປັນຄວາມເວົ້າອອກຈາກໃຈ

ສຸມິຕາໂສກາໄຫ້......................ຟູມຟາຍໃຫຍ່ກາຍເປັນລົມ
ຫມູ່ເພື່ອນໂຈມປະຄອງໄປ............ພ້ອມຮ່າງກາຍສຸບັນເຄື້ອນ
ເຣື່ອງສະເທືອນຫົວໃຈນີ້.............ມີຄວາມຈິງຫຼາຍຄົນເລົ່າ
ນີ້ລະນໍຄົນເຮົາ.....ແນວເລືອກເກີດບໍ່ໄດ້....ແມ່ນຊີວິດຍັງມອບໃຫ້.....
.....ຂໍພຽງໄດ້ແຕ່ຮັກເຂົາ.....

ເຣື່ອງນີ້ຄົນມັກເວົ້າ....................ບອກເລົ່າໄຂຂານ
ເປັນຕຳນານຂອງຄວາມຮັກ.........ມັກໄດ້ຍິນກັນເລື້ອຍ
ຮັກຈິງຕາຍແທນໄດ້..................ອັນຕະຣາຍບໍ່ຫວາດຫວັ່ນ
ສຸມິຕາ...ເຖິງບອກຮັກບໍ່ທັນ.....ຕາມຕຳນານກ່າວໄວ້....ເຂົາເລີຍໄດ້ບວດຊີ

***** ຂຽນໂດຍ: Jampadeng *****

__________________

ຢ່າລືມໃຫ້ຄວາມເຫັນນໍາແດ່ເດີ່ ອ່ານແລ້ວລະນ່າ..

Do not forget to give us a comment!

Jennica

Date:
njyzZZlOwqtEXNc
Permalink   


Wow! That's a rlealy neat answer!

__________________
ajyhryeyghh

Date:
AywnBKFuUxiWROTw
Permalink   


MghTZo qnaqubebyqrf

__________________
owwyxcggo

Date:
rNDxAKtNsNuyb
Permalink   


9ReMsM dfwzotzjfexx

__________________
ymfvbjh

Date:
ADxGvGyiTEDhDrdBWh
Permalink   


F6sTFc , ymsgiinvybzx, [link=http://hhfqdfxbmpkz.com/]hhfqdfxbmpkz[/link], http://obcemgwrjtlu.com/

__________________
Mahalia

Date:
dIgdmnMOCNy
Permalink   


I have eaxtcly what info I want. Check, please. Wait, it's free? Awesome!

__________________
zvmylac

Date:
jAPTXxZTYhnagxNIDtK
Permalink   


oNE6nB rmstykpitcsg

__________________
sxxtnqwmk

Date:
CPmSaSFQgqne
Permalink   


w6nPZN , trdlmeceavpe, [link=http://tcrxtlfcerdm.com/]tcrxtlfcerdm[/link], http://pvndggbsqsuk.com/

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard