lao student association in France

Members Login
Username 
 
Password 
    Remember Me  
Post Info TOPIC: ວັນສັບປະດາລຶບລ້າງຄວາມທຸກຍາກແຫ່ງຊາດ


Member

Status: Offline
Posts: 5
Date:
ວັນສັບປະດາລຶບລ້າງຄວາມທຸກຍາກແຫ່ງຊາດ
Permalink   


ແຜນງານລຶບລ້າງຄວາມທຸກຍາກເປັນຫນຶ່ງ ໃນບູລິມະສິດຂອງລັດຖະບານ ສປປ ລາວ ໃນການພັດທະນາເສດ
ຖະກິດ-ສັງຄົມ ຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງພັກເຮົາວາງອອກ ສະນັ້ນ ເພື່ອຈັດຕັ້ງຜັນຂະຫຍາຍແນວທາງ
ນະໂຍບາຍດັ່ງກ່າວໃຫ້ປະກົດຜົນເປັນຈິງ ລັດຖະບານກໍໄດ້ຈັດກອງປະຊຸມເພື່ອຜ່ານ ແລະ ສະເໜີແຜນງານລຶບລ້າງຄວາມ
ທຸກຍາກແຫ່ງຊາດຂຶ້ນ ໃນລະຫວ່າງວັນທີ 17-18 ມີນາ 2003 ເຊິ່ງໃນນັ້ນ ກອງທຶນຫລຸດຜ່ອນຄວາມທຸກຍາກກໍແມ່ນພາກ
ສ່ວນຫນຶ່ງທີ່ສຳຄັນໃນຄວາມພະຍາຍາມສູ້ຊົນແກ້ໄຂຄວາມທຸກຍາກໃຫ້ສຳເລັດຕາມລະດັບຄາດຫມາຍ ເພື່ອແນໃສ່ປັບປຸງ
ຄຸນນະພາບຊີວິດ ແລະ ນຳເອົາຄວາມອີ່ມຫນຳສຳລານມາສູ່ປະຊາຊົນບັນດາເຜົ່າໃນຂອບເຂດທົ່ວປະເທດ.
ລັດຖະບານ ສປປ ລາວ ໄດ້ຕົກລົງເຫັນດີຮັບຮອງເອົາວັນທີ 17-24 ຕຸລາຂອງທຸກໆປີ ເປັນສັບປະດາແຫ່ງການ
ລຶບລ້າງຄວາມທຸກຍາກແຫ່ງຊາດ ໂດຍໄດ້ເລີ່ມຈັດຕັ້ງປະຕິບັດນັບແຕ່ປີ 2003 ເປັນຕົ້ນມາ ເຊິ່ງເປັນສັບປະດາທີ່ມີຄວາມ
ຫມາຍສຳຄັນ ບໍ່ສະເພາະແຕ່ກອງທຶນຫລຸດຜ່ອນຄວາມທຸກຍາກ ໃນຖານະເປັນຫນ່ວຍງານຫນຶ່ງທີ່ຮັບຜິດຊອບຈັດຕັ້ງປະຕິ
ບັດແນວທາງນະໂຍບາຍຂອງພັກ ແລະ ລັດຖະບານກ່ຽວກັບວຽກງານດັ່ງກ່າວເທົ່ານັ້ນ ແຕ່ຫາກຍັງມີຄວາມສຳຄັນສຳລັບ
ທຸກໆໜ່ວຍງານຂອງລັດຖະບານ ກໍຄືປະຊາຊົນບັນດາເຜົ່າໃນທົ່ວປະເທດ ເພື່ອເຮັດແນວໃດໃຫ້ການຕໍ່ສູ້ກັບຄວາມທຸກຍາກ
ຢູ່ປະເທດເຮົາສຳເລັດໂດຍພື້ນຖານໃນປີ 2010.
ພາຍຫລັງທີ່ລັດຖະບານໄດ້ປະກາດຮັບຮອງເອົາສັບປະດາລຶບລ້າງຄວາມທຸກຍາກແຫ່ງຊາດຢ່າງເປັນທາງການ
ໃນທຸກໆປີ ກອງທຶນຫລຸດຜ່ອນຄວາມທຸກຍາກ ໂດຍສົມທົບກັບອຳນາດການປົກຄອງທຸກຂັ້ນ ແລະ ຂະແຫນງການທີ່ກ່ຽວ
ຂ້ອງອື່ນໆ ກໍໄດ້ຈັດຕັ້ງການສະເຫລີມສະຫລອງວັນສັບປະດາດັ່ງກ່າວ ແລະ ເຄື່ອນໄຫວສ້າງກິດຈະກຳຕ່າງໆ ດ້ວຍຫລາຍ
ຮູບຫລາຍສີ ຈຸດປະສົງສຳຄັນໃນການສະຫລອງສັບປະດາລຶບລ້າງຄວາມທຸກຍາກແຫ່ງຊາດຢູ່ປະເທດເຮົາໃນທຸກໆປີນັ້ນ
ແມ່ນເພື່ອປຸກລະດົມການປະກອບສ່ວນທາງດ້ານທຶນຮອນຈາກບັນດາບໍລິສັດ ຫ້າງຮ້ານ ຫົວຫນ່ວຍທຸລະກິດ ທັງພາກລັດ
ແລະ ເອກະຊົນ ແລະ ບັນດາຊັ້ນຄົນຕ່າງໆໃນສັງຄົມ ພ້ອມກັນນັ້ນກໍຍາດແຍ່ງການສະຫນັບສະຫນູນຊ່ວຍເຫລືອທາງດ້ານ
ການເງິນຈາກບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນຕ່າງໆ ເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນຢູ່ປະ
ເທດລາວເຮົາໃຫ້ສຳເລັດຕາມລະດັບຄາດຫມາຍທີ່ກຳນົດໄວ້.

__________________
single


Senior Member

Status: Offline
Posts: 111
Date:
Permalink   

ຫວັງວ່າລັດຖະບານຄົງສິເຮັດໄດ້ເດີ່ Njoy

__________________

ຢ່າລືມໃຫ້ຄວາມເຫັນນໍາແດ່ເດີ່ ອ່ານແລ້ວລະນ່າ..

Do not forget to give us a comment!

Page 1 of 1  sorted by
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard