lao student association in France

Members Login
Username 
 
Password 
    Remember Me  
Post Info TOPIC: ການສຶກສາເປັນໃຈກາງພັດທະນາຊັບພະຍາກອນມະນຸດ


Member

Status: Offline
Posts: 5
Date:
ການສຶກສາເປັນໃຈກາງພັດທະນາຊັບພະຍາກອນມະນຸດ
Permalink   


ນັບແຕ່ປີ 2006-2010 ກະຊວງສຶກສາທິການ ໄດ້ຮ່ວມມືກັບເຄືອຂ່າຍຮັບປະກັນຄຸນນະພາບການສຶກສາອາຊີ
ປາຊີຟິກ (Asian-Pacific Quality Network) ດຳເນີນການຈັດຕັ້ງປະຕິບັດ ແມ່ນພັດທະນາການສຶກສາ 5 ປີ ຄັ້ງທີ 6
ຕາມແນວທາງນະໂຍບາຍຂອງພັກ ລັດຖະບານເຮົາ ໂດຍໄດ້ກຳນົດເອົາວຽກງານການສຶກສາເປັນຈຸດສຸມໃຈກາງ ໃນການ
ພັດທະນາຊັບພະຍາກອນມະນຸດ ອີງໃສ່ຍຸດທະສາດການພັດທະນາ ແລະ ໂຄງສ້າງເສດຖະກິດຂອງປະເທດ ນັບທັງຄວາມ
ຕ້ອງການລວມຂອງຂົງເຂດ ແລະ ສາກົນ ມັນເປັນໄລຍະແຫ່ງການພັດທະນາເສດຖະກິດ ໂຄງລ່າງ ເຕັກນິກວິທະຍາສາດ
ແລະ ຊັບພະຍາກອນມະນຸດໃຫ້ມີຄຸນນະພາບ ຫັນໄປສູ່ການເປັນອຸດສາຫະກຳ ແລະ ທັນສະໄຫມເທື່ອລະກ້າວ.
              ສະນັ້ນ ແຜນການພັດທະນາການສຶກສາໄລຍະສັ້ນ ແລະ ໄລຍະຍາວ ແມ່ນເປົ້າຫມາຍຕົ້ນຕໍເພື່ອສ້າງເງື່ອນໄຂ
ອຳນວຍການປ່ຽນແປງພາກປະຕິບັດຕົວຈິງໃນວຽກງານການສຶກສາໃນທຸກໆລະດັບຈາກຂັ້ນອະນຸບານ ຈົນເຖິງມະຫາວິ
ທະຍາໄລ ແລະ ຕ້ອງໄດ້ສ້າງເປັນລະບົບລະອຽດຊັດເຈນ ທັງນີ້ກໍເພື່ອຮັບປະກັນທາງດ້ານຄຸນນະພາບ ຄວາມແທດເໝາະ
ກັບທຸກລະດັບການສຶກສາທັງພາກລັດ ແລະ ເອກະຊົນ ເຊິ່ງກະຊວງສຶກສາທິການພວມດຳເນີນການປະຕິຮູບລະບົບການ
ສຶກສາແຫ່ງຊາດ ຕາມ 3 ແຜນງານໃຫຍ່ ຄື: ແຜນງານຂະຫຍາຍໂອກາດການເຂົ້າຮຽນ ແຜນງານພັດທະນາຄຸນນະພາບ
ແລະ ຄວາມສອດຄ່ອງ ແລະ ແຜນງານການບໍລິຫານຄຸ້ມຄອງການສຶກສາທົ່ວລະບົບ ສະເພາະວຽກງານດັ່ງກ່າວ ການ
ສ້າງຕັ້ງຄະນະກຳມະການຮັບປະກັນຄຸນນະພາບການສຶກສາ ແມ່ນພວມດຳເນີນຢູ່ໃນຂັ້ນຕອນປຶກສາຫາລືກັບ ສະຖາບັນ
ການສຶກສາຕ່າງໆທີ່ກ່ຽວຂ້ອງ ພ້ອມນີ້ກໍມີບາງບັນຫາທີ່ຈະຕ້ອງໄດ້ແກ້ໄຂຢ່າງຮີບດ່ວນ ເຊັ່ນ: ການຮັບຮອງວຸດທິການສຶກ
ສາໃນສະພາບການປ່ຽນແປງທາງດ້ານແວດລ້ອມການສຶກສາໃນທຸກລະດັບ ເປັນຕົ້ນ ການສຶກສາທາງດ້ານອີເລັກໂທຼນິກ
ການເຊື່ອມຕໍ່ການສຶກສາຊັ້ນສູງ ມະຫາວິທະຍາໄລຕົວແບບ ການຮ່ວມມືຂອງບັນດາມະຫາວິທະຍາໄລ ແລະ ອື່ນໆ ໃນນີ້
ກົມອາຊີວະສຶກສາ ແມ່ນການສຶກສາຊັ້ນສູງທີ່ເປັນເສນາທິການໃຫ້ແກ່ວຽກງານການສຶກສາ ກໍຄືກະຊວງສຶກສາທິການທີ່
ມີຫນ້າທີ່ຮັບຜິດຊອບໃນການປະສານງານທາງດ້ານອາຊີວະສຶກສາ ແລະ ການສຶກສາຊັ້ນສູງ ໃນການຄຸ້ມຄອງດ້ານວິຊາ
ການ ແລະ ຮ່ວມມືກັບພາກສ່ວນຕ່າງໆໃຫ້ມີປະສິດທິຜົນດີຂຶ້ນ.

__________________
single
Page 1 of 1  sorted by
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard