lao student association in France
Members Login
Username
Password
Login
Remember Me
New Member
Lost Account Info?
laosAELF.vze.com
ສະມາຄົມນັກຮຽນ
ບົດສົນທະນາໜ້າທໍາອິດ
ລາຍຊື່ສະມາຊິກ
ຄົ້ນຫາ
Search
Advanced Search
ລາຍລະອຽດຂອງສະມາຊິກ
ປະຕິທິນ
lao student association in France
->
Society News
->
ການສຶກສາເປັນໃຈກາງພັດທະນາຊັບພະຍາກອນມະນຸດ
Start A New Topic
Reply
Post Info
TOPIC: ການສຶກສາເປັນໃຈກາງພັດທະນາຊັບພະຍາກອນມະນຸດ
njoy
Member
Status: Offline
Posts: 5
Date:
Jan 30, 2008
ການສຶກສາເປັນໃຈກາງພັດທະນາຊັບພະຍາກອນມະນຸດ
Permalink
Reply
Quote
ນັບແຕ່ປີ 2006-2010 ກະຊວງສຶກສາທິການ ໄດ້ຮ່ວມມືກັບເຄືອຂ່າຍຮັບປະກັນຄຸນນະພາບການສຶກສາອາຊີ
ປາຊີຟິກ (Asian-Pacific Quality Network) ດຳເນີນການຈັດຕັ້ງປະຕິບັດ ແມ່ນພັດທະນາການສຶກສາ 5 ປີ ຄັ້ງທີ 6
ຕາມແນວທາງນະໂຍບາຍຂອງພັກ ລັດຖະບານເຮົາ ໂດຍໄດ້ກຳນົດເອົາວຽກງານການສຶກສາເປັນຈຸດສຸມໃຈກາງ ໃນການ
ພັດທະນາຊັບພະຍາກອນມະນຸດ ອີງໃສ່ຍຸດທະສາດການພັດທະນາ ແລະ ໂຄງສ້າງເສດຖະກິດຂອງປະເທດ ນັບທັງຄວາມ
ຕ້ອງການລວມຂອງຂົງເຂດ ແລະ ສາກົນ ມັນເປັນໄລຍະແຫ່ງການພັດທະນາເສດຖະກິດ ໂຄງລ່າງ ເຕັກນິກວິທະຍາສາດ
ແລະ ຊັບພະຍາກອນມະນຸດໃຫ້ມີຄຸນນະພາບ ຫັນໄປສູ່ການເປັນອຸດສາຫະກຳ ແລະ ທັນສະໄຫມເທື່ອລະກ້າວ.
ສະນັ້ນ ແຜນການພັດທະນາການສຶກສາໄລຍະສັ້ນ ແລະ ໄລຍະຍາວ ແມ່ນເປົ້າຫມາຍຕົ້ນຕໍເພື່ອສ້າງເງື່ອນໄຂ
ອຳນວຍການປ່ຽນແປງພາກປະຕິບັດຕົວຈິງໃນວຽກງານການສຶກສາໃນທຸກໆລະດັບຈາກຂັ້ນອະນຸບານ ຈົນເຖິງມະຫາວິ
ທະຍາໄລ ແລະ ຕ້ອງໄດ້ສ້າງເປັນລະບົບລະອຽດຊັດເຈນ ທັງນີ້ກໍເພື່ອຮັບປະກັນທາງດ້ານຄຸນນະພາບ ຄວາມແທດເໝາະ
ກັບທຸກລະດັບການສຶກສາທັງພາກລັດ ແລະ ເອກະຊົນ ເຊິ່ງກະຊວງສຶກສາທິການພວມດຳເນີນການປະຕິຮູບລະບົບການ
ສຶກສາແຫ່ງຊາດ ຕາມ 3 ແຜນງານໃຫຍ່ ຄື: ແຜນງານຂະຫຍາຍໂອກາດການເຂົ້າຮຽນ ແຜນງານພັດທະນາຄຸນນະພາບ
ແລະ ຄວາມສອດຄ່ອງ ແລະ ແຜນງານການບໍລິຫານຄຸ້ມຄອງການສຶກສາທົ່ວລະບົບ ສະເພາະວຽກງານດັ່ງກ່າວ ການ
ສ້າງຕັ້ງຄະນະກຳມະການຮັບປະກັນຄຸນນະພາບການສຶກສາ ແມ່ນພວມດຳເນີນຢູ່ໃນຂັ້ນຕອນປຶກສາຫາລືກັບ ສະຖາບັນ
ການສຶກສາຕ່າງໆທີ່ກ່ຽວຂ້ອງ ພ້ອມນີ້ກໍມີບາງບັນຫາທີ່ຈະຕ້ອງໄດ້ແກ້ໄຂຢ່າງຮີບດ່ວນ ເຊັ່ນ: ການຮັບຮອງວຸດທິການສຶກ
ສາໃນສະພາບການປ່ຽນແປງທາງດ້ານແວດລ້ອມການສຶກສາໃນທຸກລະດັບ ເປັນຕົ້ນ ການສຶກສາທາງດ້ານອີເລັກໂທຼນິກ
ການເຊື່ອມຕໍ່ການສຶກສາຊັ້ນສູງ ມະຫາວິທະຍາໄລຕົວແບບ ການຮ່ວມມືຂອງບັນດາມະຫາວິທະຍາໄລ ແລະ ອື່ນໆ ໃນນີ້
ກົມອາຊີວະສຶກສາ ແມ່ນການສຶກສາຊັ້ນສູງທີ່ເປັນເສນາທິການໃຫ້ແກ່ວຽກງານການສຶກສາ ກໍຄືກະຊວງສຶກສາທິການທີ່
ມີຫນ້າທີ່ຮັບຜິດຊອບໃນການປະສານງານທາງດ້ານອາຊີວະສຶກສາ ແລະ ການສຶກສາຊັ້ນສູງ ໃນການຄຸ້ມຄອງດ້ານວິຊາ
ການ ແລະ ຮ່ວມມືກັບພາກສ່ວນຕ່າງໆໃຫ້ມີປະສິດທິຜົນດີຂຶ້ນ.
__________________
single
Page 1 of 1
sorted by
Oldest First
Newest First
AELF news
Quick Reply
Please log in to post quick replies.
lao student association in France
->
Society News
->
ການສຶກສາເປັນໃຈກາງພັດທະນາຊັບພະຍາກອນມະນຸດ
Subscribe
Jump To:
--- AELF news ---
Nouvel des étudiants
Society News
--- Cooking ---
FOOD
Drinking
--- Poeme and Joke ---
Jok
Lover
Natural
--- Album des photos ---
Photo d'etudiant
--- IT technologie ---
Prog.to download
--- Curriculum vetea des étudiants ---
CV de la géneration 4
CV de la génération 1
CV de la génération 5
CV de la génération 2
CV de la génération 3
--- Pub ---
le pub
Create your own FREE Forum
Report Abuse