lao student association in France
Members Login
Username
Password
Login
Remember Me
New Member
Lost Account Info?
laosAELF.vze.com
ສະມາຄົມນັກຮຽນ
ບົດສົນທະນາໜ້າທໍາອິດ
ລາຍຊື່ສະມາຊິກ
ຄົ້ນຫາ
Search
Advanced Search
ລາຍລະອຽດຂອງສະມາຊິກ
ປະຕິທິນ
lao student association in France
->
Lover
->
Valentine's Day
Start A New Topic
Reply
Post Info
TOPIC: Valentine's Day
chin
Senior Member
Status: Offline
Posts: 111
Date:
Feb 13, 2008
Valentine's Day
Permalink
Reply
Quote
***** ຮັກນີ້ ລົ້ນຟ້າ ຂ້າມແດນ *****
ຂໍຝາກແດ່ພວກພີ່ນ້ອງ...............ທີ່ເນົາຫ້ອງຫ່າງເຮືອນມາ
ພີ່ນ້ອງໄກວົງສາ..................ຫ່າງບ້ານລາວໄກແທ້
ໄປຫລາຍເມືອງຢູ່ຫລາຍບ້ານ.................ຫວນຄະນິງບ້ານແນ່
ຫວນຄິດຫາພໍ່ແມ່...............ຜູ້ເພີ່ນຍັງຮັກແທ້ ສອງເຈົ້າຜູ້ຢູ່ຫັລງ
ເຖິງວ່າໄກຈາກບ້ານ...............ແຕ່ຍັງຮໍ່າຮຽນສູງ
ໄກບ້ານລູງຂອງເຮົາ..................ບ້ານນາລາວເມືອງບ້ານ
ໄກຈາກກັນແຟນຂອງອ້າຍ..............ເສຍດາຍອ້າຍຈົນຕໍ່າ
ຈິ່ງໃກຈາກພໍ່ແມ່ອ້າຍ..................ມາຫາສູ້ກູ້ກອບເງີນ ແທ້ເອີຍ
ເປັນແນວໃດພໍ່ແມ່..............ເຖົ້າແກ່ທາງນາເຮົາ
ສາວຜູ້ຍັງຄອຍຫັວງ............ອ້າຍຫ່ວງຍັງຝັນພໍ້
ປາຄໍ່ເຂັງຊິວກຸ້ງ...............ນໍ່ສົມແກງນໍ່ໃມ້ປ່າ
ຕຳແຈ່ງຄ່າປາແດກນ້ອຍ..............ມີແມ່ອ້າຍນັ່ງນຳ
ພວກຫມາກຂາມແນວສົ້ມ.................ຄິດຢາກດົມຫວນຕ່າວ
ດອກໄມ້ຂາວຍົກໃສ່ເກົ້າ.............ບູຊາເຂົ້າໃສ່ວັດວາ
ຫາດອກໃມ້ບູຊາພະ................ເດືອນສີ່ຍາມໃບໃມ້ຫລົ່ນ
ປົ່ນແມງດາຫມູ່ໄມ້.................ກິນໄດ້ແລ້ວຢາກຫວນແທ້ນາ
ຍາມເດືອນຫົກແມ່ຕົກກ້າ................ພໍ່ເພີ່ນວ່າໃຫ້ຫາໄຖ
ຄວາຍຕົວດຳລົງງານ................ກ້າຫວ່ານດຳລົງພື້ນ
ກົກເຂົ້າງາມສາມເດືອນໄດ້.................ມານກາຍເມົ້າຫມົກແກ່
ຫອມດອກຫມູ່ກີ່ນໄມ້.................ຄາວນັ້ນແມ່ເຮົາ
ຍາມເມື່ອເພີ່ນຕີເຂົ້າ.............ຕຸ້ມຕ່າວເປັນວົງ
ມີຄົນມາຮ່ວມງານ................ຕົ້ມໄກ່ຈານຂອງຫວານພ້ອມ
ມີສາວມາເປັນຈຸ້ມ.............ລົມກັນຫົວມ່ວນ
ພາກັນໄປສູ່ເຂົ້າ................ວັດວາພ້ອມຄູ່ສິນ
ບາງມື້ແມ່ລຸກເຊົ້າ..............ເອົາເຂົ້າໃສ່ຂອງມົນກົມ
ປະນົມມືຮັບພອນ.............ບໍ່ມີວັນວາງເວັ້ນ
ເປັນປະເພນີບ້ານ............ລາວເຮົາລູກຍັງຫ່ວງ
ບ້ານທີ່ມຸງຫມູ່ຫຍ້າ............ຫລັງຄານັ້ນແມ່ນເຢັນແທ້ເດ
ຍາມເດືອນສິບສອງແລ້ງ..............ພາກັນທຳຮົ້ວສວນທ່າ
ແຕງຖົ່ວໂມບົ່ງບົ້ງ.................ຫອມແກ້ມຫມຸ່ສຸລາ
ລາວງາມຢູ່ຟາກຟ້າ...........ນ້ອງຄົງແກ່ເສຍງາມ
ຫ່າງບ້ານາຫລາຍປີ..............ໃຈວີ່ວອນຢາກກັບບ້ານ
ໄດ້ມາເຫັນເມືອງແລ້ວ................ແນວບ້ານເຮົາໄດ້ເຄີຍເກີດ
ຖິ່ນກຳເນີດເມື່ອເຄົ້າ....................ເຮົາຍັງໂອ້ຢາກຫວນແທ້ເດ
ຝາກຮັກຂ້າມແດນນີ້................ໄປຫາແມ່ຜູ້ນອນເຫົງາ
ລູກຊາຍຈົນຍັງທົນທຸກ..................ກືນນ້ຳຕາຢາກຫວນບ້ານ
ລູກທຳງານບໍ່ມີເວັ້ນ...............ບໍ່ມີວັນຈະຫວນງ່າຍ
ນ້ຳຕາລູກຜູ້ຊາຍ..............ຍາມເມື່ອໄຫລອາບແກ້ມ
ແນມເບີ່ງຟ້າແຫ່ງຄະນິງ..................ສິ່ງສັກສິດຢູ່ຟ້າ
ໃຫ້ມາຊ່ວຍມານດາ.............ຜູ້ຍັງມີໂລຄາໃຫ້ຫາຍຫນີຊີ້ນ
ໃຫ້ແມ່ຍືນຍາວໄດ້................ເຫັນລູກຊາຍຈົບຮຽນວ່າ
ນ້ຳຕາລູກຍັງຮັກແທ້..............ແມ່ນັ້ນລູກບໍ່ຫລົງ
ພໍ່ເອີຍລູກຢາກໃຫ້.................ພໍ່ຍົກໂທດອະໂຫສີ
ລູກບໍ່ດີມາເມືອງໄກ.................ທຸກໃຈຫລາຍຢາກກັບບ້ານ
ຄາວນັ້ນຍັງຄະນິງພໍ້..................ພໍ່ຕົບຕີລູກຢູ່ທົ່ງ
ລູກຄິດ ແລະ ອັ່ງແຄ້ນ..................ຄືຊິບ້າບໍ່ເຊົາແທ້ນາ
ແຕ່ວ່ໃນມື້ນີ້............ລູກທຳເທື່ອສົມຕົນ
ເປັນຄົນບໍ່ສົມຄວນ................ທົບທວນແລ້ວຜິດແທ້
ແມ່ອາວອາປ້າລູງພ້ອມ.................ໃຫ້ສຸກສະບຍເທື່ອ
ລູກກັບເມືອຊິຍົກໃວ້.............ສິບນີ້ວຍົກປະນົມແມ່ນາ
ລູກຫ່າງໄກຈາກບ້ານ................ຢາກໂອ້ອ່າວຫວນມາ
ເພື່ອວ່າການສືກສາ...............ສູກສູ້ມາບໍ່ທັນໄດ້
ຖ້າລູກໄປເຖິງຫັ້ນ..............ຊິຫັນມາບ້ານປ່າ
ກິນປູປາແຈ່ວຮ້ອນ............ລົງຕ້ອນພວກຫມູ່ຫອຍ
ລອຍລົມຍາມຫນາວກັ້ນ.............ຂາດຜ້າຫົ່ມຊົມຈັນ
ແນມຊອດຫຍ້າຄາຈອ່ງປອ່ງ...............ໃຫ້ແມ່ ແລະ ພີ່ນ້ອງ ສຸກພ້ອມ ທ່ານເອີຍ ແທ້ນາ
***** ຂຽນໂດຍ: ຮັກຂ້າມຟ້າ *****
__________________
ຢ່າລືມໃຫ້ຄວາມເຫັນນໍາແດ່ເດີ່ ອ່ານແລ້ວລະນ່າ..
Do not forget to give us a comment!
Page 1 of 1
sorted by
Oldest First
Newest First
Quick Reply
Please log in to post quick replies.
lao student association in France
->
Lover
->
Valentine's Day
Subscribe
Jump To:
--- AELF news ---
Nouvel des étudiants
Society News
--- Cooking ---
Drinking
FOOD
--- Poeme and Joke ---
Lover
Natural
Jok
--- Album des photos ---
Photo d'etudiant
--- IT technologie ---
Prog.to download
--- Curriculum vetea des étudiants ---
CV de la génération 3
CV de la géneration 4
CV de la génération 1
CV de la génération 5
CV de la génération 2
--- Pub ---
le pub
Create your own FREE Forum
Report Abuse