lao student association in France

Members Login
Username 
 
Password 
    Remember Me  
Post Info TOPIC: How to learn english by your self


Senior Member

Status: Offline
Posts: 111
Date:
How to learn english by your self
Permalink   


059042304501lzzzzzzzrp7.jpg

ສະບາຍດີທຸກໆຄົນ. ມື້ນີ້ຈະມາເວົ້າກ່ຽວກັບວິທີການຮຽນພາສາອັງກິດດ້ວຍຕົນເອງ ເພາະວ່າມີຫຼາຍຄົນຮຽນພາສາອັງກິດມາຕັ້ງຫຼາຍປີແຕ່ກະຍັງເວົ້າພາສາອັງກິດບໍ່ໄດ້ຈັກເທື່ອ ພວກເຮົາຢູ່ໃນປະເທດທີ່ບໍ່ໄດ້ໄຊ້ພາສາອັງກິດເປັນພາສາກາງ
(non- English speaking country) ສະນັ້ນພວກເຮົາຈິ່ງຕ້ອງໄດ້ຮຽນພາສາອັງກິດ. ເຈົ້າອາດຈະ ໄດ້ຮຽນມາຈາກຫຼາຍ ສະຖາບັນບໍ່ ວ່າຈະຮຽນນຳຄູລາວຫຼືຄູ ຕ່າງປະເທດແຕ່ພາສາອັງກິດຂອງເຈົ້າກະບໍ່ພັດທະນາຫຼາຍພໍປານໃດ, ເຈົ້າຍັງບໍ່ສາມາດເວົ້າພາສາອັງກິດໄດ້ຢ່າງຄ່ອງແຄ້ວ, ບໍ່ສາມາດສື່ສານພາສາອັງກິດກັບຄົນຕ່າງປະເທດໄດ້, ເຈົ້າຮູ້ບໍ່ ຍ້ອນຫຍັງ? ຍ້ອນວ່າເຈົ້າຮຽນພາສາອັງກິດພຽງແຕ່ 2-3 ຊົ່ວໂມງຕໍ່ມື້ ບາງມື້ຂີ້ຄ້ານກະບໍ່ຮຽນຊ້ຳ ຮຽນບໍ່ສະໝໍ່າສະເໝີ ແລະຮຽນບໍ່ຖືກແບບ ເຈົ້າຮຽນໂດຍການຈື່ຈຳເຊິ່ງມັນຈະຢູ່ໃນສະໝອງໃນເວລາສັ້ນໆເທົ່ານັ້ນແລະເມື່ອບໍ່ໄດ້ໄຊ້ກະລືມໄປຊື່ໆ. ພວກເຮົາສາມາດຮຽນພາສາອັງກິດໃຫ້ຈື່ໄດດົນຄືກັນກັບເຮົາຣຽນຂີ່ລົດຖີບແລະບໍ່ມີມື້ລີມວິທີຂີ່ລົດຖີບໄດ້ບໍ່?
ຢ່າຟ້າວຍອມແພ້ເຈົ້າສາມາດຮຽນພາສາອັງກິດໃຫ້ຈື່ໄດ້ດົນຄືກັນກັບເຈົ້າຮູ້ວິທີຂີ່ລົດຖີບ ຈື່ບໍ່ມີວັນລືມ ຂ້ອຍຊິບອກວິທີຮຽນໃຫ້ເຈົ້າ ວິທີຮຽນນີ້ຊື່ວ່າ
“Hardcore English Training” ໂປແກຼມວິທີການຮຽນເວົ້າພາສາອັງກິດ ຕ້ອງການໄລຍະເວລາ 3 ເດືອນ ຮຽນມື້ລະ 4 ຫາ 6 ຊົ່ວໂມງ ແລະຕ້ອງມີຄວາມພະຍາຍາມສູງ ຮັບຮອງເຫັນຜົນ ຂ້ອຍຮັບຮອງໄດ້ວ່າເຈົ້າຈະເວົ້າພາສາອັງກິດເກັ່ງ ແລະຄ່ອງແຄ້ວພາຍໃນ 3 ເດືອນ ແລະອາດຈະເກັ່ງກ່ອນຄົນທີ່ເຄີຍຮຽນຢູ່ຕ່າງປະເທດ. ເຈົ້າພ້ອມແລ້ວບໍ່ທີ່ຈະໄຊ້ວິທີນີ້.

ອັນທຳອິດ"ຢຸດໄຊ້ພາສາລາວ" ຢ່າຟ້າວສັບສົນ ມັນໝາຍຄວາມວ່າເຈົ້າຕ້ອງຕັດສິນໃຈວ່າມີພຽງແຕ່ພາສາດຽວໃນໂລກນັ້ນຄືພາສາອັງກິດ, No more Lao. ຕົວຢ່າງເຈົ້າເບີ່ງທໍລະທັດຊ່ອງລາວຫຼືຊ່ອງໄທ ທຸກມື ປ່ຽນໄປເບິ່ງຊ່ອງ CNN, HBO, STAR MOVIE, BBC ຫຼືວ່າຊ່ອງອື່ນໆທີ່ເວົ້າພາສາອັງກິດ. ເຊົາອ່ານໜັງສືພິມ, ປື້ມເລື່ອງທີ່ເປັນພາສາລາວຫັນມາອ່ານໜັງສືພິມ ປື້ມເລື່ອງທີ່ເປັນພາສາອັງກິດ. ນີ້ແມ່ນພື້ນຖານຂອງການຮຽນພາສາອັງກິດ.

ອັນທີສອງ: "ເຮັດທຸກໆຢ່າງເປັນພາສາອັງກິດ" ຕົວຢ່າງ ເຣົາຈົດບັນທຶດເປັນພາສາລາວປ່ຽນມາຈົດເປັນພາສາອັງກິດເຖິງວ່າຈະຂຽນຜິດກະບໍ່ເປັນຫຍັງເຮັດໄປເລື້ອຍໆ ເຈົ້າຈະມີປະສົບການແລະມັນຈະງ່າຍສຳລັບເຈົ້າໃນເວລາຕໍ່ມາ ຍິ່ງໄປກວ່ານີ້ເຈົ້າຕ້ອງຄິດເປັນພາສາອັງກິດ, ເຈົ້າອາດຈະຖາມຂ້ອຍວ່າ ຂ້ອຍເປັນບ້າແລ້ວບໍ່ທີ່ໃຫ້ເຈົ້າຄິດເປັນພາສາອັງກິດ ຂ້ອຍຕອບໄດ້ເລີຍວ່າບໍ່ໄດ້ບ້າ ແລະຢືນຢັນໃຫ້ເຈົ້າຄິດເປັນພາສາອັງກິດ, ຄິດທຸກໆ ຢ່າງເປັນພາສາອັງກິດ.ເຈົ້າອາດຈະບໍ່ຊິນເຄີຍແລະງຸດງິດໃນເວລາທຳອິດແຕ່ເຮັດໄປເລື້ອຍໆສຸດທ້າຍແລ້ວມັນຈະງ່າຍຂື້ນເອງ. ເຊື່ອຂ້ອຍ, ນີ້ແມ່ນວິທີທີ່ຍາກໃນການຣຽນພາສາອັງກິດ ແຕ່ວ່າເປັນວິທີທີ່ເຫັນຜົນທີ່ສຸດ.

ອັນທີສາມ: "ຝຶກດ້ວຍການເບິ່ງໜັງ" ວິທີນີ້ເຈົ້າຕ້ອງມີ DVD ໜັງພາສາອັງກິດຫຼາຍແຜ່ນ ແຕ່ລາຄາມັນກະຖືກຢູ່ແລ້ວ ຢູ່ຕະຫຼາດເຊົ້າພຽງແຕ່ແຜ່ນໜື່ງ 10 000 ກີບທໍ່ນັ້ນ ເຈົ້າຕ້ອງເລືອກພຽງສຳນຽງດຽວທີ່ເຈົ້າມັກທໍ່ນັ້ນ ຖ້າເຈົ້າມັກສຳຽງອັງກິດກະຮຽນເວົ້າຕາມສຳນຽງອັງກິດ ຖ້າມັກສຳນຽງອາເມລິກາກະຮຽນເວົ້າຕາມສຳນຽງອາເມລິກາ ເວລາຟັງໃຫ້ເວົ້າຕາມສຽງທີ່ເຈົ້າໄດ້ຍິນ ພະຍາຍາມເວົ້າຕາມທຳອິດມັນອາດຈະຍາກແຕ່ຖ້າເຈົ້າເຣັດໄປເລື້ອຍໆແລະທຸກມື້ໃນທີ່ສຸດເຈົ້າຈະສາມາດເວົ້າຕາມໄດ້ຢ່າງຖືກຕ້ອງ ເຈົ້າອາດຈະຖາມວ່າເຣັດດົນປານໃດ 2 ໜັງຕໍ່ມື້ກະ OK ແລ້ວ.

ຂ້ອຍສະຫຼຸບວ່າໂປແກມທັງໝົດນີ້ແມ່ນ "ຮຽນແບບສ້າງສະພາບແວດລ້ອມທັງໝົດເປັນພາສາອັງກິດ" ວິທີໃໝ່ໃນການຮຽນພາສາອັງກິດດ້ວຍຕົນເອງ ໂດຍທີ່ທຸກໆສີ່ງອ້ອມໂຕເຈົ້າເປັນພາສາອັງກິດ. ມັນເບີ່ງຄືຍາກຫຼາຍ, ເຈົ້າອາດຈະລົ້ມເລີກຄວາມຕັ້ງໃຈແລະກັບໄປເປັນແບບເກົ່າ ແຕ່ຂ້ອຍຢາກບອກເຈົ້າວ່າ “Hardcore English Training” ເປັນວິທີຮຽນທີ່ເຫັນຜົນທີ່ເຮັດໃຫ້ພາສາອັງກິດຕິດໂຕເຈົ້າໄປຕະຫຼອດບໍ່ມີວັນລືມໂດຍບໍ່ໄດ້ໄຊ້ເງິນຫຼາຍ ໄຊ້ພຽງແຕ່ຄວາມພະຍາຍາມແລະບໍ່ຍອມແພ້ງ່າຍໆ ບໍ່ຈຳເປັນຕ້ອງໄປຕ່າງປະເທດ ຄຸ້ມຄ່າທີ່ຈະລອງ ເປັນວິທີຮຽນດ້ວຍຕົນເອງ ເຈົ້າຄິດແນວນັ້ນບໍ່? ຮຽນເວົ້າພາສາອັງກິດບໍ່ຍາກຢ່າງທີ່ຄິດ ບໍ່ລອງກະບໍ່ຮູ້.

ຂໍໃຫ້ທຸກຄົນທີ່ໄດ້ອ່ານໂຊກດີ

ເຈນນີ


__________________

ຢ່າລືມໃຫ້ຄວາມເຫັນນໍາແດ່ເດີ່ ອ່ານແລ້ວລະນ່າ..

Do not forget to give us a comment!



Member

Status: Offline
Posts: 18
Date:
Permalink   

mun pen vi thi nai kane hien vi thi 1 tae mun ka yak lai si het dai

__________________


Senior Member

Status: Offline
Posts: 111
Date:
Permalink   

ພະຍາຍາມແລ້ວເຮົາຈະໄດ້ເອງ
try and try then you will be better

__________________

ຢ່າລືມໃຫ້ຄວາມເຫັນນໍາແດ່ເດີ່ ອ່ານແລ້ວລະນ່າ..

Do not forget to give us a comment!

Page 1 of 1  sorted by
 
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard