lao student association in France

Members Login
Username 
 
Password 
    Remember Me  
Post Info TOPIC: ພັກຜ່ອນປີໃໝ່ທີ່ ປະເທດ Switzerland


Senior Member

Status: Offline
Posts: 111
Date:
ພັກຜ່ອນປີໃໝ່ທີ່ ປະເທດ Switzerland
Permalink   


ເມື່ອວັນເສົາ 19/04/2008 ທີ່ຜ່ານມານີ້, ນັກສຶກສາລາວທີ່ຢູ່ເມືອງ Saint Etienne, ໄດ້ອອກເດີນ
ທາງໄປທ່ຽວ ທັດສະນະທີ່ປະເທດ Switzerland, ຂະບວນນັກສຶກສາ ໄດ້ອອກເດີນທາງຈາກເມືອງ
St Etienne ເພື່ອທີຈະໄປ Genève ປະເທດ Switzerland ເວລາ 6:18h ແລະ ໄດ້ມາຮອດນະ
ຈຸດໝາຍທີ່ Genève ເວລາ 9:00h, ຂະບວນ ນັກສຶກສາ ໄດ້ດໍາເນີນກິດຈະກໍາ ໃນການມາທ່ຽວ
ພັກຜ່ອນຄັ້ງນີ້ດ້ວຍການ ຍ່າງສໍາຫຼວດອ້ອມໆເມືອງ ແລະ ທີ່ຂາດບໍ່ໄດ້ກໍ່ແມ່ນໄປເບິ່ງ ນໍ້າພຸ ທີຖືໄດ້
ວ່າເປັນສັນຍາລັກຂອງເມືອງນີ້ເລີຍ, ນອກຈາກນັ້ນກໍ່ຍັງໄດ້ເຂົ້າໄປທັດສະນະທີ່ໂບດ Saint Pierre,
ໄປທ່ຽວຊົມ ໜອງນໍ້າ ທີ່ເອີ້ນວ່າ Lac Léman, ສວນສາທາລະນະທີ່ໃຫຍ່ທີ່ສຸດຂອງເມືອງ ທີ່ຊື່ວ່າ
Jardin Botanique, ຕໍ່ຈາກນັ້ນກໍ່ຍັງໄດ້ອອກເດີນທາງໄປເບິ່ງ ສໍານັກງງານ ອົງການ Unicef
ແລະ ທີ່ສໍາຄັນທີ່ສຸດກໍ່ແມ່ນໄດ້ເຂົ້າໄປທັດສະນະ ເບິ່ງສະຖານທີ່ອົງການໆຈັດຂອງໂລກຕັ້ງໂນໂລກກໍ່ຄື
ສໍານັກງານ ສະຫະປະຊາຊາດ United Nations ອີກດ້ວຍ, ກ່ອນທີ່ຈະເດີນທາງກັບມາທີ່ພັກ,

* ວັນອາທິດ 20/04/2008 ເນື່ອງຈາກວ່າເວລາມີໜ້ອຍດັ່ງນັ້ນ ການເດີນທາງຈື່ງຈໍາກັດຢູ່ແຕ່ທີ່
ຕົວເມືອງ, ການທ່ອງຖ່ຽວມື້ນີ້ແມ່ນເປັນໄປດ້ວຍຄວາມອິດເມື່ອຍຈາກມື້ວານ ດັ່ງນັ້ນ ພວກນັກສຶກສາຈຶ່ງ
ເລືອກທີ່ຈະຍ່າງແລາະເບິ່ງທິວທັດທໍາມະຊາດຕາມແຄມແມ່ນໍ້າ, ກ່ອນທີ່ ຈະໄປກິນເຂົ້າສວຍທີ່ຮ້ານ
ອາຫານຈີນ TianTian ກ່ອນທີຈະອອກເດີນທາງກັບມາຫາ ສະຖານີລົດໄຟ Gare Cornavin
ເມື່ອເວລາ 16h ເພື່ອທີ່ຈະເດີນທາງກັບມາ France ດ້ວຍລົດໄຟ
TER SNCF TRAIN N°96588.



-- Edited by chin at 15:39, 2008-04-21

__________________

ຢ່າລືມໃຫ້ຄວາມເຫັນນໍາແດ່ເດີ່ ອ່ານແລ້ວລະນ່າ..

Do not forget to give us a comment!

mbt shoes outlet

Date:
mbt shoes outletປະເທດ Switzerland
Permalink   


ugg outlet store,
ugg boots,
nike shox,

__________________
Page 1 of 1  sorted by
 
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard