lao student association in France

Members Login
Username 
 
Password 
    Remember Me  
Post Info TOPIC: ອາສາສະຫມັກລາວຊ່ວຍເຫລືອຊາວມຽນມາ


Senior Member

Status: Offline
Posts: 111
Date:
ອາສາສະຫມັກລາວຊ່ວຍເຫລືອຊາວມຽນມາ
Permalink   


2501259393afb21215f0hn9.jpg
ພາຍຫລັງທີ່ທິມງານແພດລາວຈຳນວນ 22 ຄົນ, ເຊິ່ງປະກອບດ້ວຍແພດອາວຸໂສທີ່ຊຳນານງານຈາກ
 ໂຮງໝໍມະໂຫສົດ ແລະ ໂຮງໝໍມິດຕະພາບໃນນີ້ປະກອບມີ ແພດຜ່າຕັດກະທົບກະດູກ, ແພດທົ່ວໄປ,
 ແພດເຊີດຊູກະທັນຫັນພາຍໃນ, ແພດເດັກນ້ອຍ, ພະຍາບານ ແລະ ແພດກັນພະຍາດຕິດແປດ ໄດ້
 ເດີນທາງເຖິງຢາງກຸ້ງ ສ.ມຽນມາ ໃນວັນທີ 18 ພຶດສະພາ 2008 ຄະນະແພດລາວກໍ່ໄດ້ເດີນທາງ
 ໄປຍັງເມືອງຈາວຕັນ (KYAUK TAN ) ເຊິ່ງເປັນເມືອງຫນຶ່ງທີ່ຮັບຜົນກະທົບຈາກພາຍຸໄຊໂຄນນາກິດ
 ເມືອງດັ່ງກ່າວຕັ້ງຢູ່ຫ່າງຈາກ ເມືອງຢາງກຸ້ງ 48 ກິໂລແມັດ, ມີເນື້ອທີ່ 1.197 ກມ2, ພົນລະເມືອງ
 153.150 ຄົນ, ມີຜູ້ທີ່ຖືກຜົນກະທົບຈາກພາຍຸດັ່ງກ່າວຈຳນວນ 20ພັນກວ່າຄົນ ມີຜູ້ເສຍຊີວິດ 16 ຄົນ,
 ສະພາບບ້ານເຮືອນ ສິ່ງປຸກສ້າງ ແລະຕົ້ນໄມ້ເສຍຫາຍເປ່ເພຫລາຍສົມຄວນ.ໂດຍປະສານສົມທົບກັບ
 ຄະນະແພດຂອງມຽນມາ, ທິມງານແພດຂອງລາວໄດ້ເລີ່ມປະຕິບັດງານໃນວັນທີ 19 ພຶດສະພາ ແລະ
 ເພື່ອໃຫ້ການບໍລິການປິ່ນປົວຜູ້ທີ່ໄດ້ຮັບຜົນກະທົບ ແລະ ໄດ້ຮັບບາດເຈັບໄດ້ທົ່ວເຖິງ ທີມແພດລາວ
 ໄດ້ແບ່ງອອກເປັນ 3 ໜ່ວຍງານຄື:
 
 ໜ່ວຍງານທີ 1 ໄດ້ຕັ້ງແຄມ ເພື່ອປິ່ນປົວຄົນເຈັບຢູ່ທີ່ຄ້າຍຜູ້ປະສົບໄພຊົ່ວຄາວທີ່ມີຈຳນວນເຕັ້ນ 40
 ກວ່າຫລັງ ແລະ ມີຜູ້ເຄາະຮ້າຍ 200 ກວ່າຄົນ.
 
 ໜ່ວຍງານທີ 2 ແມ່ນໜ່ວຍແພດເຄື່ອນທີ່ລົງພື້ນຖານກຸ່ມບ້ານ ແລະ ບ້ານໃນເຂດຊົນນະບົດ
 ເພື່ອກວດ ແລະ ປິ່ນປົວພະຍາດໃຫ້ປະຊາຊົນ.
 
 ໜ່ວຍງານທີ 3 ໄດ້ປະຕິບັດງານກວດພະຍາດ ແລະ ປິ່ນປົວຢູ່ໂຮງໝໍເມືອງ
 
 ຜ່ານການປະຕິບັດງານຕົວຈິງຂອງທິມແພດລາວໃນໄລຍະ 2ວັນ, ສາມາດໃຫ້ການຮັກສາ ແລະ
 ປິ່ນປົວປະຊາຊົນ ມຽນມາທີ່ໄດ້ຮັບຜົນກະທົບ ແລະ ໄດ້ຮັບບາດເຈັບປະມານ 300 ກວ່າຄົນ,
 ເຊິ່ງທີມແພດລາວຊຸດທີ 1 ແມ່ນຍັງຈະສືບຕໍ່ໃຫ້ການປິ່ນປົວ ແລະ ຮັກສາຜູ້ທີ່ປະສົບເຄາະຮ້າຍຈາກ
 ພາຍຸໄຊໂຄນ ນາກິດ ຈົນເຖິງວັນທີ 2 ມິຖຸນາ 2008 ແລະ ຖ້າຫາກບໍ່ມີຫຍັງປ່ຽນແປງກໍ່ຈະສົ່ງ
 ທີມງານ ແພດຊຸດທີ 2 ໄປປ່ຽນທີມງານແພດຊຸດທີ 1 ເຊິ່ງທີມງານແພດຊຸດທີ 2 ໄດ້ກຽມພ້ອມ ແລະ ປະກອບມີ ໂຮງໝໍເສດຖາທິລາດ, ແມ່ ແລະ ເດັກ, ໂຮງຮຽນມະຫາວິທະຍາໄລສຸຂະພາບ ແລະ ວິທະຍາການສາທາລະນະສຸກຈຳນວນ 31 ຄົນ.ນອກຈາກການຊ່ວຍເຫລືອທີມງານແພດ, ລັດຖະບານ
 ສປປ ລາວ ຍັງໄດ້ໃຫ້ການຊ່ວຍເຫລືອຢາປິ່ນປົວພະຍາດ, ອຸປະກອນການແພດ, ນໍ້າດື່ມ ແລະ
 ເຄື່ອງໃຊ້ອື່ນໆລວມມີ 10,5 ໂຕນ, ລວມເປັນມູນຄ່າ 589 ລ້ານກີບ.


__________________

ຢ່າລືມໃຫ້ຄວາມເຫັນນໍາແດ່ເດີ່ ອ່ານແລ້ວລະນ່າ..

Do not forget to give us a comment!



Senior Member

Status: Offline
Posts: 111
Date:
Permalink   

ໂອ່່!!!!​ເຫັນແລ້ວກະເປັນຕາຢາກໄປນໍາໃດນໍ່! ສົງສິມິປະສົບການ ແລະ ກໍາໄລຊີວິດຫຼາຍ ນໍ....

__________________

ຢ່າລືມໃຫ້ຄວາມເຫັນນໍາແດ່ເດີ່ ອ່ານແລ້ວລະນ່າ..

Do not forget to give us a comment!

Blondy

Date:
mUkZgdDhdQ
Permalink   


Short, sweet, to the point, FREE-excatly as information should be!

__________________
zfrzprfprxr

Date:
skOUbNAeabwOsyRjZ
Permalink   


QNjvYX fctkgqfnhnjw

__________________
wlrbexl

Date:
IQZRuGvomQyu
Permalink   


7TM6gW , npvrmypyrzoz, [link=http://xdynjdndolue.com/]xdynjdndolue[/link], http://shpkwfsyzzyy.com/

__________________
Page 1 of 1  sorted by
 
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard