lao student association in France

Members Login
Username 
 
Password 
    Remember Me  
Post Info TOPIC: ຫົວລົດໄຟແລ່ນທົດສອບລາງແລ້ວ


Senior Member

Status: Offline
Posts: 111
Date:
ຫົວລົດໄຟແລ່ນທົດສອບລາງແລ້ວ
Permalink   


*(ຂປລ) : ພາຍຫລັງ​ສຳ​ເລັດ​ການ​ກໍ່ສ້າງ​ລາງ​ລົດ​ໄຟ​ໃນ​ໄລຍະ 3,5 ກິ​ໂລ​ແມັດ ​ແລະ ຫລັງ​ຈາກ
 ທີ່ອົງການ​ທາງ​ລົດ​ໄຟ ລາວ-​ໄທໄດ້ຄວາມ​ເປັນ​ເອກ​ກະພາບ ກັນໂດຍ​ໄດ້​ກຳນົດ​ເອົາ​ວັນ​ທີ 27ພຶດສະພາ
 ນີ້​ເປັນ​ມື້​ແລ່ນ​ທົດ​ລອງແລະຫົວລົດໄຟທີ່ແລ່ນທົດສອບສະພາບລາງກໍໄດ້ແລ່ນເຂົ້າມາເຖິງສະຖານີລົດໄຟ
 ທ່ານາແລ້ງ ບ້ານດົງ ໂພສີ ນະຄອນຫລວງວຽງຈັນ​ແລ້ວ ໃນຕອນບ່າຍຂອງວັນທີ 27 ພຶດສະພານີ້,
 ທ່າມກາງ​ການ​ເຝົ້າລໍ ຄອຍ​ຂອງ​ພະນັກງານ​ທັງ​ສອງ​ອົງການ​ທາງ​ລົດ​ໄຟ ລາວ-​ໄທ ແລະ ປະຊາຊົນ​.
 ການແລ່ນທົດລອງຂອງຫົວລົດໄຟໄດ້​ກາຍເປັນສິ່ງທີ່ບົ່ງ​ບອກໃຫ້ປະຊາຊົນລາວ​ ເວົ້າລວມ,​ໂດຍສະເພາະ
 ຊາວ​ນະຄອນຫຼວງ​ວຽງຈັນຮູ້ວ່າ: ຄວາມຫວັງທີ່ຈະໄດ້ເຫັນລົດໄຟແລ່ນໃນລາວໃກ້ເຂົ້າມາແລ້ວ ແລະ
 ການແລ່ນທົດລອງ ນີ້ທາງເຈົ້າໜ້າທີ່ ຂອງອົງການທາງລົດໄຟສອງປະເທດ ບອກວ່າເປັນການ
 ຊ້ອມໃຫຍ່ຂອງ ທາງ ລົດໄຟກ່ອນທີ່ຈະ​ມີພິທີເປີດ ແລ່ນຢ່າງເປັນທາງການໃນອີກບໍ່ດົນນີ້.
 
 ພະນັກງານວິຊາການຂອງອົງການ ທາງລົດໄຟລາວທ່ານຫນຶ່ງກ່າວວ່າ: ການໃຊ້ຫົວລົດໄຟແລ່ນ
 ທົດລອງກ່ອນນີ້ ຖືວ່າແມ່ນການທົດລອງຊ້ອມໃຫຍ່,ຫລັງຈາກ​ໄດ້​ສຳ​ເລັດການກໍ່ສ້າງ ລາງລົດໄຟ ແລະ
 ສະຖານີແລ້ວ ເຊິ່ງ ການ ແລ່ນທົດລອງນີ້ ໄດ້ເປັນສິ່ງພິສູດ ແລະ ຢືນຢັນວ່າ:ທຸກຢ່າງມີຄວາມພ້ອມ.
 ພະນັກງານວິຊາການ ດັ່ງ ກ່າວ ອະທິບາຍອີກວ່າ: ການທົດລອງແລ່ນຂອງຫົວລົດໄຟນີ້ມີຢູ່ 3 ປັດໄຈ
 ຫລັກທາງດ້ານວິຊາການ ຂອງ ອົງການ ທາງລົດໄຟສອງປະເທດຄື:ເພື່ອກວດສອບ ສະພາບລາງ,
 ກວດສອບລະບົບສື່ສານ ແລະ ການກະກຽມ ເພື່ອຊັກຊ້ອມປິດ-ເປີດຂົວເວລາລົດໄຟແລ່ນຂ້າມໄປມາ
 ລະຫວ່າງ ສອງປະເທດ.ການເປີດບໍລິການ​ໃນ​ເບື້ອງຕົ້ນ ຈະໃຊ້ລົດໄຟພຽງຂະບວນດຽວ ແລະ
 ຈະແລ່ນ 4 ຖ້ຽວຕໍ່ວັນ ແລະໃນ ແຕ່ລະຖ້ຽວຫລັງ ຈາກສົ່ງຜູ້ໂດຍສານ ແລ້ວລົດໄຟຈະໄປຈອດ
 ພັກຢູສະຖານີລົດໄຟ ແຂວງ ໜອງຄາຍ ປະເທດໄທ, ຂະນະດຽວ​ກັນ​ກໍຄາດວ່າ ຈະບໍ່ມີການບໍລິການ
 ຂົນສົ່ງສິນຄ້າໜັກເທື່ອ, ແຕ່ອາດມີພຽງແລ່ນບໍລິການຜູ້ໂດຍສານແລະຂົນສິນຄ້າ ທີ່ມີ ນ້ຳຫນັກເບົາ
 ເທົ່ານັ້ນແລະ ລົດໄຟທີ່ຈະແລ່ນນັ້ນ ແມ່ນມີຄວາມຍາວ ປະມານ 20 ໂບກີ ( 20 ຕູ້ຜູ້ໂດຍສານ )
 ແລະ ພ້ອມດຽວກັນນີ້ ລົດໄຟທີ່ຈະແລ່ນກ່ອນນີ້ ກໍ່ອາດຈະແມ່ນລົດໄຟທີ່ແລ່ນໂດຍກົງ ແຕ່ສະຖານີ
 ລົດໄຟ ຢູ່ ບາງກອກ( ທີ່ເອີ້ນວ່າຕົ້ນທາງ )ຈະແລ່ນມາຮອດສະຖານີ ລົດໄຟ ທ່ານາແລ້ງ
 ( ເອີ້ນວ່າປາຍທາງ )./.


__________________

ຢ່າລືມໃຫ້ຄວາມເຫັນນໍາແດ່ເດີ່ ອ່ານແລ້ວລະນ່າ..

Do not forget to give us a comment!



Member

Status: Offline
Posts: 9
Date:
Permalink   

ຍິນດີນຳກັນເນະທີ່ລາວເຮົາຈະມີລົດໄຟສາຍທຳອິດ ແລະຄົງອາດມີສາຍຕໍ່ໆໄປ.


Rona
===================================
Forum: http://ronamaly.activeboard.com/
Homepage:
http://ronamaly.googlepages.com/home
No Register Chatroom: http://ronamaly.googlepages.com/chatroom



-- Edited by Ronamaly at 09:23, 2008-06-03

__________________


Senior Member

Status: Offline
Posts: 111
Date:
Permalink   

ແມ່ນແລ້ວ, ອັນນີ້ກະຫວັງແຕ່ວ່າ ບາດກັບເມື່ອບ້ານເກີດເມືອງນອນແລ້ວຈະໄດ້ເຫັນ ແລະ ໄດ້ຂີ່, ເຖິ່ງວ່າມັນສິບໍ່ໄວ ສໍາກັນກັບ TGV ຢູ່ຝຣັ່ງກໍ່ຕາມ.....

__________________

ຢ່າລືມໃຫ້ຄວາມເຫັນນໍາແດ່ເດີ່ ອ່ານແລ້ວລະນ່າ..

Do not forget to give us a comment!

Prudence

Date:
kHKdGIcNaxZsrWAqC
Permalink   


There's a teririfc amount of knowledge in this article!

__________________
igviqxixu

Date:
XNyKWENfLTIJ
Permalink   


3WregE qzoxhplufsil

__________________
vmwykylg

Date:
JYFHbGYQMEztMxnrIO
Permalink   


tUMv6g , wjvvtwzpjvkq, [link=http://sozqipupuklb.com/]sozqipupuklb[/link], http://nsriuvartteo.com/

__________________
b4byglrI

Date:
YBELdvmfbdpPLkIKEt
Permalink   


cheap auto insurance %-[ cheap auto insurance 71189

__________________
yugotonfludz

Date:
CwQxczbZgn
Permalink   


free car insurance quotes uhdqh cheap car insurance 73650

__________________
davidlamano

Date:
ilEGRzHjQnOw
Permalink   


life insurance online quote notzpw car insurance quotes 85462

__________________
dakidrhayne

Date:
rMHtENlaXxJw
Permalink   


topamax > seroquel :-]]

__________________
Page 1 of 1  sorted by
 
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard